ລາງວັນສື່ມວນຊົນແຫ່ງຊາດ: ຄວາມສຸດຈິດສຸດໃນ ແລະ ກຳລັງແຮງ

(VOVWORLD) -ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບ 3 ລາງວັນ B, 1 ລາງວັນ C ແລະ  1 ລາງວັນຊົມເຊີຍ.

ຍ້ອນຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19, ພິທີມອບລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 15 ຈຶ່ງບໍ່ໄດ້ດຳເນີນໃນວັນສື່ມວນຊົນ ຫວຽດນາມ ໃນວັນທີ 21 ມິຖຸນາ ຄືທຸກໆປີ ແຕ່ໄດ້ຈັດຂຶ້ນໃນວັນທີ 24 ຕຸລາ ແທນ ແລະ ກົງກັບໂອກາດກອງປະຊຸມໃຫຍ່ຄັ້ງທີ 11 ສະມາຄົມນັກຂ່າວຫວຽດນາມ ຢູ່ຮ່າໂນ້ຍ.

        ໃນຄັ້ງນີ້, ມີ 150 ບົດປະພັນໄດ້ລອດເຂົ້າຮອບສຸດທ້າຍຂອງການຊິງລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 15,  ສະພາມອບລາງວັນສື່ມວນຊົນໄດ້ຄັດເລືອກມອບລາງວັນພິເສດ 1 ລາງວັນ, 9 ລາງວັນ A, 25 ລາງວັນ B, 45 ລາງວັນ C ແລະ 32 ລາງວັນຊົມເຊີຍ.

        ມີໜ້າໄດ້ຮັບລາງວັນສື່ມວນຊົນຄັ້ງນີ້, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບ 3 ລາງວັນ B, 1 ລາງວັນ C ແລະ  1 ລາງວັນຊົມເຊີຍ.

ຕອບກັບ

ຂ່າວ/ບົດ​ອື່ນ