ລາຊະອານາຈັກອັງກິດປະຕິເສດຮັບເອົາເດັກນ້ອຍຈາກຄ້າຍຫຼົບໄພ Calais
ລາຊະອານາຈັກອັງກິດປະຕິເສດ
ຮັບເອົາເດັກນ້ອຍຈາກຄ້າຍຫຼົບໄພ Calais
(ພາບປະກອບ: uchastings)
(vovworld) - ວັນທີ 30/10, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີອັງກິດ ໃຫ້ຮູ້ວ່າ, ອັງກິດ ຈະບໍ່ຮັບເອົາເດັກນ້ອຍຈາກຄ້າຍຫຼົບໄພ Calais ຕື່ມອີກ. ໃນເດືອນ 10, ອັງກິດ ໄດ້ຮັບເດັກນ້ອຍທີ່ມາຈາກຄ້າຍຫຼົບໄພ Calais ທັງໝົດ 274 ຄົນ, ເດັກນ້ອຍຢູ່ທີ່ນີ້ສ່ວນຫຼາຍແມ່ນມີຍາດຕິພີນ້ອງພວມດຳລົງຊີວິດຢູ່ອັງກິດ.
ກ່ອນໜ້ານັ້ນ, ວັນທີ 29/10, ທ່ານປະທານາທິບໍດີຝລັ່ງ Francois Hollande ໄດ້ອອກສຽງສະເໜີໃຫ້ອັງກິດ ຮັບເດັກນ້ອຍຕື່ມອີກ ໃນຈຳນວນເດັກນ້ອຍ 1500 ຄົນ ເຊິ່ງປະຈຸບັນພວມຢູ່ຄ້າຍຫຼົບໄພ Calais ໂດຍຝລັ່ງ ດຳເນີນການ້າງທຳລາຍຄ້າຍນີ້. ບັນດາເດັກນ້ອຍບໍ່ມີຍາດຕິພີນ້ອງໄປພ້ອມຢູ່ຄ້າຍຫຼົບໄພນີ້ ສ່ວນໜຶ່ງໄດ້ໄປອັງກິດ ແລະ ສ່ວນໜຶ່ງກັບເມືອບັນດາຄ້າຍຫຼົບໄພແຫ່ງຕ່າງໆຢູ່ເຂດດິນແດນຝລັ່ງ. ໂຄສົກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີອັງກິດ ໃຫ້ຮູ້ວ່າ, ອັງກິດ ໄດ້ປະຕິບັດບັນດາຄຳໝັ້ນສັນຍາຂອງຕົນກັບຝລັ່ງ ຢ່າງຄົບຖ້ວນ, ໃນນັ້ນມີເລື່ອງຮັບເອົາບັນດາເດັກນ້ອຍຫຼົບໄພທີ່ມີເງື່ອນໄຂຢ່າງພຽງພໍເພື່ອເຂົ້າອາໄສອັງກິດ ຕາມຈິດໃຈຂອງຂໍ້ຕົກລົງ Dublin.