(VOVWORLD) - ທ່ານ ຫງວຽນເຕິນຕວັນ, ປະທານຄະນະກຳມະການປະຊາຊົນ ແຂວງ ແຄັງຮວ່າ ແລ້ວ, ນີ້ແມ່ນລາຍການທີ່ມີຄວາມໝາຍ, ປະກອບສ່ວນປຸກລຸກນ້ຳໃຈຮັກຊາດຂອງປະຊາຊົນ ຫວຽດນາມ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ອວ່າຍໜ້າເມືອຫາປະເທດຊາດປົກປັກຮັກສາອະທິປະໄຕທະເລໝູ່ເກາະ.
ການຖະແຫຼງຂ່າວ ກ່ຽວກັບລາຍການ ພົບປະແລກປ່ຽນສະແດງສິລະປະ (ພາບ: VOV) |
ຕອນເຊົ້າວັນທີ 9 ສິງຫາ, ຢູ່ນະຄອນຍາຈາງ, ແຂວງ ແຄ໊ງຮ່ວາ, ສະຖານີວິທະຍຸກະຈາຍສຽງ ຫວຽດນາມ, ຄະນະໂຄສະນາສຶກສາສູນກາງ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ - ກະຊວງປ້ອງກັນປະເທດ ແລະ ຄະນະກຳມະການປະຊາຊົນແຂວງ ແຄ໊ງຮ່ວາ ໄດ້ຈັດການຖະແຫຼງຂ່າວກ່ຽວກັບລາຍການພົບປະແລກປ່ຽນສະແດງສິລະປະ “ຮັ່ງມີເຂັ້ມແຂງ ຈາກທະເລແຫ່ງບ້ານເກີດເມືອງນອນ”.
ກ່າວຄຳເຫັນທີ່ການຖະແຫຼງຂ່າວ, ທ່ານຟ້າມແມ້ງຮຸ່ງ, ຮອງຜູ້ອຳນວຍການໃຫຍ່ສະຖານີວິທະຍຸກະຈາຍສຽງ ຫວຽດນາມ, ຮອງຫົວໜ້າຄະນະຊີ້ນຳ, ຫົວໜ້າຄະນະຈັດຕັ້ງລາຍການໃຫ້ຮູ້ວ່າ:
ພວກຂ້າພະເຈົ້າໄດ້ກະກຽມລາຍການພົບປະແລກປ່ຽນສະແດງສິລະປະ “ຮັ່ງມີເຂັ້ມແຂງ ຈາກທະເລແຫ່ງບ້ານເກີດເມືອງນອນ” ຢ່າງລະອຽດລະອໍ ໃນຫຼາຍເດືອນຜ່ານມາ. ພວກຂ້າພະເຈົ້າຫວັງວ່າລາຍການຈະສ້າງກຳລັງແຜ່ຂະຫຍາຍຢ່າງແຮງ ກ່ຽວກັບນ້ຳໃຈຄວາມຮັກແພງ, ຄວາມເອກອ້າງທະນົງໃຈກ່ຽວກັບທະເລໝູ່ເກາະ ບ້ານເກີດເມືອງນອນ ຫວຽດນາມ. ຄວາມຮັບຜິດຊອບຂອງປະຊາຊົນ ຫວຽດນາມ ໃນການເສີມຂະຫຍາຍ, ຂຸດຄົ້ນ, ອະນຸລັກຮັກສາທະເລຫວຽດນາມແມ່ນ ເພື່ອຮັບໃຊ້ການພັດທະນາຂອງປະເທດ ຫວຽດນາມ ໃນສະເພາະໜ້າ ແລະ ໄລຍະຍາວ.
ຕາມທ່ານ ຫງວຽນເຕິນຕວັນ, ປະທານຄະນະກຳມະການປະຊາຊົນ ແຂວງ ແຄັງຮວ່າ ແລ້ວ, ນີ້ແມ່ນລາຍການທີ່ມີຄວາມໝາຍ, ປະກອບສ່ວນປຸກລຸກນ້ຳໃຈຮັກຊາດຂອງປະຊາຊົນ ຫວຽດນາມ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ອວ່າຍໜ້າເມືອຫາປະເທດຊາດປົກປັກຮັກສາອະທິປະໄຕທະເລໝູ່ເກາະ. ທ່ານ ຫງວຽນເຕິນຕວັນ ເຊື່ອໝັ້ນວ່າ ລາຍການນີ້ ຈະປະກອບສ່ວນຢ່າງໃຫຍ່ຫຼວງຕໍ່ການທະທົບເຖິງແນວຄິດຈິດໃຈຂອງປະຊາຊົນແຂວງ ແຄັງຮວ່າ ເວົ້າສະເພາະ, ປະຊາຊົນ ຫວຽດນາມ ເວົ້າລວມ, ພິເສດແມ່ນໃນການຂຸດຄົ້ນ, ປົກປ້ອງບັນດາແຫຼ່ງຜົນປະໂຫຍດດ້ານສິນໃນນໍ້າ, ປ້ອງກັນອະທິປະໄຕທະເລໝູ່ເກາະຂອງບ້ານເກີດເມືອງນອນ ແລະ ປະເທດຊາດ.
ແລະຕອນຄ່ຳວັນເສົາຈະມາເຖິງ (ວັນທີ 12 ສິງຫາ), ຢູ່ທ່າກ່ຳປັນທະຫານ ຍາຈາງ, ແຂວງ ແຄັງຮວ່າ, ວິທະຍຸກະຈາຍສຽງ ຫວຽດນາມ, ຄະນະໂຄສະນາສຶກສາສູນກາງ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ (ກະຊວງປ້ອງກັນປະເທດ), ຄະນະກຳມະການປະຊາຊົນແຂວງ ແຄັງຮວ່າ ໄດ້ສົມທົບກັນຈັດລາຍການພົບປະແລກປ່ຽນສະແດງສິລະປະ “ຮັ່ງມີເຂັ້ມແຂງຈາກທະເລແຫ່ງບ້ານເກີດເມືອງນອນ”.