ລາຍການພົບປະແລກປ່ຽນເດັກນ້ອຍເຍົາວະຊົນຫວຽດນາມ-ລາວ-ກຳປູເຈຍມີຜູ້ແທນເຂົ້າຮ່ວມ210ຄົນ
(ພາບປະກອບ)
(vovworld) - ວັນທີ 28/07 ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄຂລາຍການພົບປະແລກປ່ຽນເດັກນ້ອຍເຍົາວະຊົນ ດ້ວຍຫົວຂໍ້ວ່າ: “ອ້ອມແຂນເພື່ອນມິດ”. ລາຍການໃນປີນີ້ ມີການເຂົ້າຮ່ວມຂອງຜູ້ແທນເກືອບ 180 ຄົນທີ່ມາຈາກນະຄອນໂຮ່ຈີມິນ, ບັນດາແຂວງທາງທິດຕາເວັນອອກພາກໃຕ້ (ຫວຽດນາມ), ນະຄອນຫລວງ ວຽງຈັນ, ແຂວງ ຈຳປາສັກ, ແຂວງ ອັດຕະປື (ລາວ) ແລະ ນະຄອນຫລວງ ພະນົມເປັນ, ແຂວງ Battambang, ແຂວງ Kampot (ກຳປູເຈຍ). ພວກນ້ອງແມ່ນນັກຮຽນທີ່ດີເດັ່ນໃນການຮ່ຳຮຽນ ແລະ ເຄື່ອນໄຫວຂະບວນການເຍົາວະຊົນຢູ່ທ້ອງຖິ່ນ. ລາຍການດຳເນີນແຕ່ວັນທີ 28/07 – 01/08, ດ້ວຍບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ນຳມາເຊິ່ງ “ຄວາມສາມັກຄີ - ສັນຕິພາບ - ມິດຕະພາບ”. ນີ້ແມ່ນການເຄື່ອນໄຫວເບີກບານມ່ວນຊື່ນ, ມີຜົນປະໂຫຍດໃຫ້ບັນດາເດັກນ້ອຍເຍົາວະຊົນໃນໂອກາດພັກແລ້ງ, ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ມິດຕະພາບສາກົນ, ພິເສດແມ່ນຮັດແໜ້ນການພົວພັນອັນສະໜິດສະໜົມລະຫວ່າງບັນດາປະເທດ ຫວຽດນາມ - ລາວ - ກຳປູເຈຍ. ຈຸດພົ້ນເດັ່ນຂອງລາຍການແມ່ນ ການພົບປະແລກປ່ຽນວັດທະນະທຳເດັກນ້ອຍເຍົາວະຊົນ ຫວຽດນາມ - ລາວ - ກຳປູເຈຍ ຢູ່ຫໍວັດທະນະທຳຊາວໜຸ່ມໃນຕອນຄ່ຳວັນທີ 30/07.