ພິທີລົງນາມໃນລາຍການສົມທົບກັນຍູ້ແຮງວຽກງານການສຶກສາຄວາມປອດໄພຄົມມະນາຄົມ
ພາບ:ktdt.com.vn
|
(vovworld) - ດ້ວຍຈຸດປະສົງເພີ່ມທະວີການຊີ້ນຳ, ສົມທົບກັນຢ່າງຄົບຊຸດລະຫວ່າງບັນດາຂະແຫນງການຈາກສູນກາງລົງຮອດທ້ອງຖິ່ນ ກ່ຽວກັບວຽກງານສຶກສາຄວາມປອດໄພທາງຄົມມະນາຄົມໃຫ້ແກ່ຊາວຫນຸ່ມ, ເຍົາວະຊົນ, ຕອນບ່າຍວັນທີ 18/4 ສູນກາງຄະນະຊາວຫນຸ່ມກອມມູນິດ ໂຮ່ຈິມີນ, ກະຊວງສຶກສາ ແລະ ບຳລຸງສ້າງ ແລະ ຄະນະກຳມະການຄວາມປອດໄພທາງຄົມມະນາຄົມແຫ່ງຊາດ ໄດ້ລົງນາມໃນລາຍການສົມທົບກັນຍູ້ແຮງວຽກງານການສຶກສາຄວາມປອດໄພຄົມມະນາຄົມໃນຊາວຫນຸ່ມ, ເຍົາວະຊົນ, ນັກຮຽນນັກສຶກສາ ໄລຍະ 2012- 2017. ເນື້ອໃນທີ່ໄດ້ຮັບການລົງນາມແມ່ນສຸມໃສ່ເພີ່ມທະວີການໂຄສະນາ, ສຶກສາ ກ່ຽວກັບກົດໝາຍວ່າດ້ວຍຄວາມປອດໄພທາງຄົມມະນາຄົມໃຫ້ແກ່ຊາວຫນຸ່ມ, ເຍົາວະຊົນ, ນັກຮຽນ, ນັກສຶກສາ, ເສີມຂະຫຍາຍບົດບາດ, ຫນ້າທີ່ຂອງທຸກຂັ້ນ, ທຸກຂະແຫນງການ, ອົງການຄະນະຊາວຫນຸ່ມ, ເຍົາວະຊົນໃນການຮັກສາຄວາມເປັນລະບຽບຮຽບຮ້ອຍ ຄວາມປອດໄພທາງຄົມມະນາຄົມ, ຍູ້ແຮງການຂົນຂວາຍ“ຊາວຫນຸ່ມກັບວັດທະນະທຳຄົມມະນາຄົມ” ທ່ານ Nguyen Dac Vinh ເລຂາທີຫນຶ່ງ ສູນກາງຄະນະຊາວຫນຸ່ມກອມມູນິດ ໂຮ່ຈິມີນ ໃຫ້ຮູ້ວ່າ:
“ຄະນະຊາວຫນຸ່ມ ຢາກປະກອບກຳລັງແຮງເພື່ອແກ້ໄຂບັນຫາຮ້ອນເຮັ່ງໃນປະຈຸບັນ ນັ້ນແມ່ນສະພາບຄວາມປອດໄພທາງຄົມມະນາຄົມ. ນັກສຶກສາ ຢູ່ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມີນ ລ້ວນແຕ່ໄດ້ຮັບການອົບຮົມ ແລະ ເຂົ້າຮ່ວມການແກ້ໄຂສະພາບລົດຕິດຢູ່ໃນນະຄອນ. ຢູ່ແຕ່ລະແຂວງ, ນະຄອນ, ອົງການຄະນະຊາວຫນຸ່ມກໍສ້າງຮູບແບບຈຳນວນຫນຶ່ງຄະນະຊາວຫນຸ່ມຄຸ້ມຄອງດ້ວຍຕົນເອງ, ເຮັດໃຫ້ຫນ້າ ປະຕູຢູ່ໂຮງຮຽນຂຽວ, ສະອາດ ແລະ ງາມຕາ.”