ລາຍການສິລະປະ “ ສາຍຈິດສາຍໃຈເຂດຊາຍແດນທະເລໝູ່ເກາະ ”
ລາຍການສະແດງສິລະປະ “ ສາຍຈິດສາຍໃຈເຂດຊາຍແດນທະເລໝູ່ເກາະແຫ່ງບ້ານເກີດເມືອງນອນ ”
|
(vovworld)- ຕອນຄຳວັນທີ 27/3, ຢູ່ເມືອງເກາະ ຟູ້ກ໋ວກ ແຂວງ ກຽນຢາງ ໄດ້ຈັດ ລາຍການສະແດງສິລະປະ “ ສາຍຈິດສາຍໃຈເຂດຊາຍແດນທະເລໝູ່ເກາະແຫ່ງບ້ານເກີດເມືອງນອນ ” ຄັ້ງທີ 3. ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ວູ້ວັນນິງໄດ້ຮຽກຮ້ອງທົ່ວກອງທັບທົ່ວປວງຊົນ ຈົ່ງຮ່ວມແຮງຮ່ວມໃຈປົກປັກຮັກສາອະທິປະໄຕ ເຂດຊາຍແດນທະເລໝູ່ເກາະຂອງປະເທດຊາດ, ສືບຕໍ່ແບ່ງປັນ, ລະດົມໃຈ ແລະ ຊ່ວຍເຫຼືອບັນດານັກຮົບປ້ອງກັນຊາຍແດນຊຶ່ງພວມປະຕິບັດໜ້າທີ່ຢູ່ ເຂດຊາຍແດນທະເລໝູ່ເກາະຂອງປະເທດຊາດ. ທ່ານຮອງນາຍົກລັດຖະມົນຕີ ວູ້ວັນນິງ ໃຫ້ຮູ້ວ່າ :
“ ເພື່ແນຳປະເທດຫວຽດນາມກາຍເປັນປະເທດມີຄວາມເຂັ້ມແຂງກ່ຽວກັບທະເລ ແລະ ສ້າງຄວາມຮັ່ງມີຈາກທະເລ, ຮັບປະກັນອະທິປະໄຕຢ່າງໝັ້ນແກ່ນ, ພວກເຮົາສືບຕໍ່ຢັ້ງຢືນເຈດຈຳນົງທີ່ແຂງແຮງ ແລະ ຄວາມຕັດສິນໃຈຢ່າງສູງໃນການປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນ, ສິດອະທິປະໄຕ ແລະ ສິດອຳນາດສານຂອງຫວຽດນາມຢູ່ເຂດຊາຍແດນ, ເຂດທະເລຫມູ່ເກາະຂອງປະເທດຊາດ. ຢັ້ງຢືນອະທິປະໄຕທີ່ບໍ່ອາດໂຕ້ຖຽງ ແລະ ບໍ່ອາດລວງລ້ຳໄດ້ຂອງຫວຽດນາມທີ່ມີຕໍ່ 2 ຫມູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ. ຫວຽດນາມຍຶດໝັ້ນແຜນນະໂຍບາຍແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກດ້ວຍມາດຕະການແກ້ໄຂໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ ”