ລາຍການສິລະປະ ເພື່ອການກຸສົນສະຫງວນໃຫ້ແກ່ເດັກທີ່ປະສົບກັບຄວາມຫຍຸ້ງຍາກ

ລາຍການສິລະປະ ເພື່ອການກຸສົນສະຫງວນໃຫ້ແກ່ເດັກທີ່ປະສົບກັບຄວາມຫຍຸ້ງຍາກ - ảnh 1
( ພາບ : http://tintuc.vnn.vn )

ລາຍການ​ສິລະ​ປະ​​ເພື່ອ​ການ​ກຸສົນ​ສະຫງວນ​ໃຫ້​ແກ່​ເດັກ​ທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກທີ່ມີ​ຊື່ວ່າວ່າ “ ນຳ​ລະດູບານ​​​ໃໝ່ຂອງນ້ອງ ” ຄັ້ງ​ທີ 4 ຖືກ​ດຳ​ເນີນ​ໃນ​ຕອນ​ຄໍ່າ​ວັນ​ທີ 14 ມັງກອນ​ຢູ່ ຮາ່​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິຢວານ ປະທານ​ສະພາກ​ອງທຶນ​ຊ່ວຍ​ເຫຼືອເດັກ ຫວຽດນາມ ​ໄດ້​ເນັ້ນ​ໜັກ​ວ່າ ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ດ້ວຍ​ການ​ຊ່ວຍ​ເຫຼືອ​ຈາກ​ຜູ້​ໃຈ​ບຸນ​ໃຈ​ກຸສົນທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຜ່ານ​ກອງ​ທຶນຊ່ວຍ​ເຫຼືອ​ເດັກ ຫວຽດນາມ ນັ້ນ, ​ເດັກນ້​ອຍນັບ​ລ້ານ​ຄົນ​ໄດ້ຮັບ​ການ​ຜ່າຕັດ​ຕາ, ຜ່າຕັດ​ຫົວ​ໃຈ ​ໄດ້​ຮັບ​ທຶນ​ສຶກສາ, ​ໄດ້​ຮັບ​ຜົນ​ປະ​​ໂຫຍ​ດຈາກ​ໂຄງການ​ນ້ຳ​ສະອາດ ​ແລະ ກໍ່ສ້າງ​ໂຮງຮຽນ. ພິ​ເສດ, ຜ່ານ​ລາຍການ​​ດື່ມນ້ຳນົມ “ ​ເພື່ອບື່ນຕົວ​ຂື້ນສູງ ” ​ມີເດັກນ້ອຍ​ນັບ​ລ້ານ​ຄົນ​ໄດ້​ດື່ນນ້ຳນົມ​ໂດຍ​ບໍ່​​ເສຍ​ຄ່າ, ປະກອບສ່ວນ​ຍົກລ່ວງ​ສູງ​ ​ແລະ ພູມ​ປັນຍາ ​ໃຫ້​ແກ່​ໄວ​ໜຸ່ມຫວຽດນາມ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານໃຫ້ຮູ້ວ່າ.

“ຂ້າພະ​ເຈົ້າມີ​ຄວາມ​ເບີກບານ​ໃຈ​ເພາະ​ນ້ຳ​ໃຈ​ຮັກ​ແພງ​ມະນຸດ​ຂອງ​ພວກ​ເຮົາ​ໄດ້​​ຖືກ​ເປີດ​ກວ້າງ​ສູ່​ທຸກໆ​ແຖບ​ຖີ່​ນ​ໃນ​ທົ່ວ​ປະ​ເທດ. ​ຍ້ອນ​ເຫດ​ນີ້, ​​ໄດ້ນຳ​ຮ່ອຍ​ຍິ້ມ ​ແລະ ​ແສງ​ສະຫວ່າງ​ມາສູ່​ເດັກນ້ອຍ​ຫຼາຍໆ​ຄົນ. ເນື່ອງ​ໃນ​ໂອກາດ​ນີ້, ຂ້າພະ​ເຈົ້າ​ຂໍຂອບ​ອົກ​ຂອບ​ໃຈ​ບັນດາ​ຜູ້ທີ່​ມີ​ຈິດ​ໃຈ​​ໂອບ​ອອ້ມ​ອາລີ, ບັນດາ​ນັກ​ອຸປະຖຳ​ທັງ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ້​ຮ່ວມເດີນທາງ​ພ້ອມ​ກັບ​ລາຍການ​ໃນ​ຕະຫຼອດ 20 ກວ່າ​ປີ​ທີ່​ຜ່ານ​ມາ ”

ເນື່ອງ​​ໃນ​ໂອກາດ​ນີ້, ທາງກອງ​ທຶນ​​ໄດ້​ຮັບ​ເງິນ​ຊ່ວຍ​ເຫຼືອກ​ວ່າ 25 ຕື້​ດົງ​ຈາກ 100 ກວ່າ ອົງການ, ຫົວໜ່ວຍ, ວິ​ສາ​ຫະກິດ, ສ່ວນ​ບຸກຄົນ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ກໍ່​ມອບ​ຂອງຂວັນ 30 ພຸດ ​ໃຫ້​ແກ່​ພວກເດັກທຸກ​ຍາກ, ​ເດັກ​ກຳພ້າກຳພອຍ​ທີ່ມາ​ຈາກ​ແຂວງ ວິ​ງຟຸ໋ກ ​ແລະ ບັກ​ຢາງ.
ຂ່າວ/ບົດ​ອື່ນ