(vovworld) – ຄືດັ່ງພວກເຮົາໄດ້ໃຫ້ຂ່າວໄປແລ້ວ, ໂດຍສະເຫຼີມສະຫຼອງ 45 ປີແຫ່ງວັນໄຊຊະນະ ແຄແຊງ, ປົດປ່ອຍ ເຮື໋ອງຮ່ວາ, ຕອນຄຳ່ວັນທີ 7/7, ຢູ່ຫໍພິພິຕະພັນໄຊຊະນະ ສະໜາມບິນ ຕ່າເກີນ, ຕາແສງ ເຕີນເຮີບ, ເມືອງ ເຮື໋ອງຮ່ວາ, ແຂວງ ກວາງຈີ້ ໄດ້ຈັດຕັ້ງລາຍການສະແດງສິລະປະ “ແຄແຊງ 1968 - ກຳລັງແຮງ ຫວຽດນາມ”. ລາຍການສະແດງສິລະປະ “ແຄແຊງ 1968 - ກຳລັງແຮງ ຫວຽດນາມ” ໄດ້ວາດພາບບັ້ນຮົບທີ່ມີຄວາມໝາຍຕັດສິນຊີ້ຂາດໄຊຊະນະ ແຄແຊງ, ປົດປ່ອຍ ເຮື໋ອງຮ່ວາ ກ່ອນນີ້ 45 ປີ. ລາຍການມີການເຂົ້າຮ່ວມຂອງນັກສະແດງອາຊີບ 300 ຄົນຂອງໂຮງລະຄອນເຫ້ວ, ກຳລັງທະຫານທ້ອງຖີ່ນ ແລະ ພໍ່ແມ່ປະຊາຊົນຊົນເຜົ່າ ເວີນກ່ຽວ, ປາໂກ ຢູ່ທາງຕາເວັນຕົກ ກວາງຈີ້. ຜ່ານການພົບປະແລກປ່ຽນກັບບັນດານັກຮົບເກົ່າ, ບັນດາຜູ້ເຂົ້າຮ່ວມການສູ້ຮົບໂດຍກົງໄດ້ເລົ່າຄືນບັນດາເລື່ອງລາວທີ່ມີຄວາມສະເທືອນໃຈກ່ຽວກັບນ້ຳໃຈສູ້ຮົບກ້າຄົງອົງອາດ ແລະ ປີຊາສາມາດຂອງກອງທັບ ແລະ ປະຊາຊົນ ຫວຽດນາມ. ທ່ານ ຫງວຽນກວາງຕ໋າມ, ອະດິດທີ່ປຶກສາຂອງກອງ 565, ກະຊວງປ້ອງກັນປະເທດ ໃຫ້ຮູ້ວ່າ:
“ເມື່ອປົດປ່ອຍແຄແຊງ, ເມືອງ ເຮື໋ອງຮ່ວາ ຮຽບຮ້ອຍແລ້ວ, ຊີວິດຂອງປະຊາຊົນໃນຄາວນັ້ນທຸກຍາກລຳບາກຫຼາຍ, ປະຊາຊົນກືກໜັງສື. ຫຼັງຈາກນັ້ນ, ແຜນນະໂຍບາຍຂອງເມືອງວາງອອກນັ້ນແມ່ນຕ້ອງຕັ້ງໜ້າຕ້ານຄວາມອຶດຫິວດ້ວຍມາດຕະການປູກມັນຕົ້ນ, ມັນດ້າງ, ບຸກເບີກໜ້າພຽງເພື່ອປູກເຂົ້າ, ພ້ອມທັງຕັ້ງໜ້າປູກກາເຟ, ຕົ້ນໝາກພິກໄທ, ກ້ວຍ, ລ້ຽງງົວ, ຄວາຍ, ໝູ, ດັ່ງນັ້ນຊີວິດຂອງປະຊາຊົນນັບມື້ນັບໄດ້ປັບປຸງໃຫ້ດີຂຶ້ນ.”