ລາຍການໂຄສະນາການທ່ອງທ່ຽວ “ຄົ້ນຫາ Johor”

ລາຍການໂຄສະນາການທ່ອງທ່ຽວ “ຄົ້ນຫາ Johor” - ảnh 1
ພາບ​ປະ​ກອບ

(vovworld) - ວັນ​ທີ 30/11, ຢູ່​ນະ​ຄອນ ໂຮ່​ຈີ​ມິນ, ກົມ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ ມາ​ເລ​ເຊຍ ໄດ້​ຈັດ​ຕັ້ງ​ການ​ປະ​ຊຸມ​ຂ່າວ​ລາຍ​ການ “ຄົ້ນ​ຫາ Johor” ເພື່ອ​ແນ​ໃສ່​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ຢູ່​ລັດ Johor ມາ​ເລ​ເຊຍ ເຖິງ​ຕະຫຼາດ ຫວຽດ​ນາມ. ນີ້​ແມ່ນ​ເຫດ​ການ​ຕອ​ບ​ສະ​ໜອງ “ປີ​ທ່ອງ​ທ່ຽວ ອາ​ຊຽນ 2017” ໂດຍ​​ສະ​ມາ​ຄົມ​​ປະ​ຊາ​ຊາດ ອາ​ຊີ ຕາ​ເວັນ​ອອກ​ສ່ຽງ​ໃຕ້ ປຸກ​ລະ​ດົມ​ເພື່ອ​ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ອົງ​ການນີ້. ທີ່​ການ​ປະ​ຊຸມ​ຂ່າວ, ຜູ້​ຕາງ​ໜ້າ​ຂະ​ແໜງ​ທ່ອງ​ທ່ຽວ​ລັດ Johor ໄດ້​ແນະ​ນະ​ບັນ​ດາ​ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ກັບ​ບໍ​ລິ​ສັດ​ທ່ອງ​ທ່ຽວ 150 ແຫ່ງ​ຂອງ ຫວຽດ​ນາມ. ດ້ວຍ​ທ່າ​ແຮງ​ມີ​ສາຍ​ການ​ບິນ​ໂດຍ​ກົງ​ລາ​ຄາ​ຖືກ Air Asia, ຈາກ​ສະ​ໜາມ​ບິນ ເຕີນ​ເຊີນ​ເຍີດ, ນະ​ຄອນ ໂຮ່​ຈີ​ມິນ ຮອດ​ສະ​ໜາມ​ບິນ​ສາ​ກົນ Senai ຂອງ Johor ດ້ວຍ 7 ຖ້ຽວ/ອາ​ທິດ, ແຕ່​ລະ​ປີ, ລັດ Johor ໄດ້​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ ຫວຽດ​ນາມ ເກືອບ 40.000 ຄົນ.


ຂ່າວ/ບົດ​ອື່ນ