ລາຍການໂທລະພາບຖ່າຍທອດສົດ “ກຳມະບານ ຫວຽດນາມ ມີກຽດສະຫງ່າ”
ລາຍການໂທລະພາບຖ່າຍທອດສົດ
“ກຳມະບານ ຫວຽດນາມ ມີກຽດສະຫງ່າ”
(ພາບ: laodong.com.vn)
(vovworld) - ລາຍການໂທລະພາບຖ່າຍທອດສົດດ້ວຍຫົວຂໍ້ວ່າ “ກຳມະບານ ຫວຽດນາມ ມີກຽດສະຫງ່າ” ໄດ້ຮັບການຈັດຕັ້ງໃນວັນທີ 28/7. ລາຍການຖືກຈັດຕັ້ງຢູ່ ແຂວງ ກວາງນີງ, ນະຄອນຫຼວງ ຮ່າໂນ້ຍ ແລະ ນະຄອນ ຊາຍງ່ອນ. ນີ້ແມ່ນໜຶ່ງໃນບັນດາລາຍການສະເຫຼີມສະຫຼອງ 85 ປີແຫ່ງວັນສ້າງຕັ້ງກຳມະບານ ຫວຽດນາມ 28/7 (1929 – 2014). ລາຍການໄດ້ຍ້ອງຍໍສັນລະເສີນປະເທດຊາດ ແລະ ຊາວ ຫວຽດນາມ. ປຸກລຸກການແຂ່ງຂັນ, ອອກແຮງງານທຳການຜະລິດຂອງຊົນຊັ້ນກຳມະ ກອນ ແລະ ປະຊາຊົນຜູ້ອອກແຮງງານຂອງທົ່ວປະເທດ. ຜ່ານນັ້ນ ໄດ້ສ່ອງແສງການເຕີບໃຫຍ່ຂອງຊົນຊັ້ນກຳມະກອນ ແລະ ອົງການກຳມະບານ ຫວຽດນາມ ຜ່ານ 85 ປີແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ. ລາຍການກໍ່ໄດ້ປະກອບສ່ວນສຶກສາ, ບຳລຸງອຸດົມຄະຕິກອມມູນິດ, ມູນເຊື້ອຮັກຊາດ ແລະ ການປະຕິວັດຂອງຊົນຊັ້ນກຳມະກອນ, ກຳມະບານ ແລະ ຊາວຜູ້ອອກແຮງງານ, ພິເສດແມ່ນລຸ້ນໜຸ່ມ; ປຸກລຸກຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຕໍ່ພັກ ແລະ ກິດຈະການປ່ຽນໃໝ່ປະເທດຊາດ.
ກ່າວຄວາມເຫັນໄຂລາຍການໂທລະພາບຖ່ານທອດສົດ, ທ່ານປະທານສະຫະພັນໃຫຍ່ແຮງງານຫວຽດນາມ ດັ້ງງອກຕຸ່ງ, ເນັ້ນໜັກວ່າກຳມະບານໄດ້ເອົາໃຈໃສ່ເປັນພິເສດເຖິງການເປີດກວ້າງບໍລິເວນເຄື່ອນໄຫວໃຫ້ເໝາະສົມກັບການພັດທະນາຢ່າງໄວວາຂອງບັນດາຮູບການວິສາຫະກິດ; ຈັດການເຄື່ອນໄຫວກຳມະບານຢູ່ຂັ້ນຮາກຖານ, ຂົນຂວາຍຊາວຜູ້ອອກແຮງງານໃນທຸກພາກສ່ວນເສດຖະກິດສາມັກຄີກັນຜ່ານຜ່າຄວາມຫຍຸ້ງຍາກ, ການທ້າທາຍທຸກຢ່າງເພື່ອສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ. ກຳມະບານທຸກຂັ້ນໄດ້ຮັບການຜັນຂະຫຍາຍວຽກງານສັງຄົມ, ກຸສົນເປັນປະຈຳ, ກວ້າງຂວາງ, ຊ່ວຍເຫຼືອ, ລະດົມກຳລັງໃຈຜູ້ປະສົບກັບຄວາມຫຍຸ້ງ ຍາກຢ່າງທັນການເພື່ອໃຫ້ຜູ້ອອກແຮງງານອຸ່ນອ່ຽນໃຈ, ສືບຕໍ່ອຸທິດສ່ວນໃຫ້ແກ່ປະເທດຊາດ. ຄຽງຂ້າງນັ້ນ, ກຳມະບານກໍ່ຕັ້ງໜ້າເຂົ້າຮ່ວມການກໍ່ສ້າງພັກ, ຫຼໍ່ຫຼອມ, ສຶກສາ, ບຳລຸງ, ສະເໜີກຳມະກອນທີ່ດີເດັ່ນຫຼາຍຄົນໃຫ້ພັກພິຈາລະນາເພື່ອຮັບເຂົ້າເປັນສະມາຊິກພັກ.