ລາຍການ “ບຸນເຕັດແຫ່ງຄວາມເບີກບານມ່ວນຊື່ນ” ຢູ່ສະຖາບັນພາສາ ລັດເຊຍ ແຫ່ງຊາດ
(VOVWORLD) - ບັນດາເພື່ອນນັກສຶກສາ ຫວຽດນາມ ແລະ ສາກົນ ຈະໄດ້ເຈືອຈານເຂົ້າກັບຈຸດວັດທະນະທຳທີ່ເປັນມູນເຊື້ອໃນບຸກເຕັດຂອງ ຫວຽດນາມ ດ້ວຍການເຄື່ອນໄຫວຕ່າງໆ...
(ພາບ: VOV)
|
ວັນທີ 7 ກຸມພາ, ຢູ່ຫໍປະຊຸມສະຖາບັນພາສາ ລັດເຊຍ ແຫ່ງຊາດ ທີ່ໃສ່ຊື່ທ່ານ Pushkin ທີ່ນະຄອນຫຼວງ ມົດສະກູ (ສະຫະພັນ ລັດເຊຍ), ນັກສຶກສາ ຫວຽດນາມ 100 ຄົນພວມຮ່ຳຮຽນຢູ່ສະຖາບັນດັ່ງກ່າວ, ບັນດາໂຮງຮຽນອື່ນໆ ແລະ ເພື່ອນມິດສາກົນເປັນຈຳນວນຫຼາຍ ໄດ້ພ້ອມກັນເຂົ້າຮ່ວມລາຍການບຸນປີໃໝ່ປະຈຳຊາດ ປີມະໂລງ 2024 ດ້ວຍຫົວເລື່ອງ: “ບຸນເຕັດແຫ່ງຄວາມເບີກບານມ່ວນຊື່ນ”
ບັນດາຍາກາດທີ່ຫໍປະຊຸມຂອງສະຖາບັນພາສາລັດເຊຍແຫ່ງຊາດ ທີ່ໃສ່ຊື່ທ່ານ Pushkin ມີຄວາມຟັດຟື້ນມ່ວນຊື່ນທີ່ສຸດ ຂະນະທີ່ພວກນ້ອງໄດ້ພ້ອມກັນຟ້ອນລຳທຳເພງ ບັນດາບົດເພງຍ້ອງຍໍສັນລະເສີນລະດູບານໃໝ່. ເຂົ້າຮ່ວມລາຍການ, ນ້ອງ ເຈິ່ນແຄັງລິນ-ນັກສຶກສາປີກຽມຂອງສະຖາບັນສະແດງວ່າ:
ເປັນຄັ້ງທຳອິດທີ່ນ້ອງໄດ້ຕອ້ນຮັບບຸນເຕັກຢູ່ໃກບ້ານ, ບັນດາເພື່ອນໆໄດ້ສ້າງບັນຍາ ກາດຕ້ອນຮັບບຸນເຕັດຄືແນວນີ້ ນ້ອງຈຶ່ງເຫັນວ່າ ໄດ້ບັນເທົາຄວາມຄິດຮອດບັນຍາກາດຕ້ອນຮັບບຸນເຕັດຢູ່ ຫວຽດນາມ ໄດ້ສ່ວນໃດສ່ວນໜຶ່ງ. ຂອບຂະໜາດການຈັດຕັ້ງ ແລະ ຄວາມໝາຍຂອງເຫດການ ໄດ້ຊ່ວຍໃຫ້ນ້ອງມີຄວາມເຊື່ອໝັ້ນ ແລະ ຄວາມຫວັງຕື່ມອີກ ກ່ຽວກັບຂະແໜງສື່ມວນຊົນທີ່ນ້ອງກຳລັງຈະຮຽນ.
ເຂົ້າຮ່ວມລາຍການ, ບັນດາເພື່ອນນັກສຶສາ ຫວຽດນາມ ແລະ ສາກົນ ຈະໄດ້ເຈືອຈານເຂົ້າກັບຈຸດວັດທະນະທຳທີ່ເປັນມູນເຊື້ອໃນບຸກເຕັດຂອງ ຫວຽດນາມ ດ້ວຍການເຄື່ອນໄຫວຕ່າງໆຄື: ເຂົ້າຮ່ວມການລະຫຼີ້ນພື້ນເມືອງ, ແຕ້ມອັງເປົ່າເງິນ, ຕີໝໍ້…