ລາຍການ “ບ່ອນເພິ່ງພາອາໄສຂອງໝູ່ບ້ານ”

(VOVWORLD) - ກ່າວຄຳເຫັນທີ່ພິທີເຊີດຊູ, ທ່ານຜູ້ປະຈຳການຄະນະເລຂາ ເຈິ່ນກວັກເວື້ອງ ໄດ້ຍ້ອງຍໍຊົມເຊີຍບັນດາການປະກອບສ່ວນອັນໃຫຍ່ຫຼວງ ຂອງບັນດາຜູ້ມີອິດທິພົນຊື່ສຽງໃນປະຊາຄົມບັນດາເຜົ່າສ່ວນໜ້ອຍ ຫວຽດນາມ
ລາຍການ “ບ່ອນເພິ່ງພາອາໄສຂອງໝູ່ບ້ານ” - ảnh 1ທ່ານ ເຈິ່ນກວັກເວື້ອງ, ຜູ້ປະຈຳການຄະນະເລຂາ ກ່າວຄຳເຫັນທີ່ພິທີ

“ການຂົນຂວາຍ ແລະ ເສີມຂະຫຍາຍບົດບາດຂອງຜູ້ມີອິດທິພົນຊື່ສຽງຕ້ອງກາຍເປັນໜ້າທີ່ສຳຄັນ ແລະ ເປັນປະຈຳ, ພິເສດແມ່ນສຳລັບກຳລັງປະກອບອາວຸດ, ຄະນະພັກ, ອຳນາດການປົກຄອງໃນເຂດຊາຍແດນ”. ທ່ານ ເຈິ່ນກວັກເວື້ອງ, ຜູ້ປະຈຳການຄະນະເລຂາໄດ້ເນັ້ນໜັກຄືແນວນັ້ນທີ່ລາຍການ “ບ່ອນເພິ່ງພາອາໄສຂອງໝູ່ບ້ານ” ໂດຍວາລະສານ ກອມມູນິດສົມທົບກັບຄະນະກຳມະການຊົນເຜົ່າ, ກອງບັນຊາການທະຫານປ້ອງກັນຊາຍແດນຈັດຕັ້ງໃນຕອນຄ່ຳວັນທີ 21 ທັນວາ, ຢູ່ຮ່າໂນ້ຍ.

        ກ່າວຄຳເຫັນທີ່ພິທີເຊີດຊູ, ທ່ານຜູ້ປະຈຳການຄະນະເລຂາ ເຈິ່ນກວັກເວື້ອງ ໄດ້ຍ້ອງຍໍຊົມເຊີຍບັນດາການປະກອບສ່ວນອັນໃຫຍ່ຫຼວງ ຂອງບັນດາຜູ້ມີອິດທິພົນຊື່ສຽງໃນປະຊາຄົມບັນດາເຜົ່າສ່ວນໜ້ອຍ ຫວຽດນາມ. ພິເສດແມ່ນການປະກອບສ່ວນເຂົ້າໃນການປົກປັກຮັກສາອຳນາດອະທິປະໄຕຜືນແຜ່ນດິນ, ການປ້ອງກັນຊາຍແດນແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມເຂດຊາຍແດນ. ທ່ານຜູ້ປະຈຳການຄະນະເລຂາ ເຈິ່ນກວັກເວື້ອງ ເນັ້ນໜັກວ່າ:

        “ບັນດາຜູ້ທີ່ມີອິດທິພົນຊື່ສຽງແມ່ນຜູ້ທີ່ກຳແໜ້ນສະພາບການໃນບໍລິເວນໄດ້ດີທີ່ສຸດ, ມີຄວາມເຂົ້າໃຈດ້ານຮີດຄອງປະເພນີ, ພາສາຂອງປະຊາຊົນເຜົ່າສ່ວນໜ້ອຍ. ເຂົາເຈົ້າແມ່ນຂົວເຊື່ອມຕໍ່ແໜ້ນໜາລະຫວ່າງປະຊາຊົນ ແລະ ອຳນາດການປົກຄອງຂັ້ນຮາກຖານ, ລະຫວ່າງການຊີ້ນຳນຳພາຂອງພັກ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ. ເລື່ອງຂົນຂວາຍ ແລະ ເສີມຂະຫຍາຍບົດບາດຂອງຜູ້ທີ່ມີອິດທິພົນຊື່ສຽງຕ້ອງກາຍເປັນໜ້າທີ່ສຳຄັນ ແລະ ເປັນປະຈຳ, ພິເສດແມ່ນສຳລັບກຳລັງປະກອບອາວຸດ, ຄະນະພັກ, ອຳນາດການປົກຄອງໃນບໍລິເວນເຂດຊາຍແດນ.”

        ທີ່ລາຍການນີ້ ຄະນະຈັດຕັ້ງໄດ້ເຊີດຊູຜູ້ແທນ 163 ຄົນເຊິ່ງເປັນຜູ້ທີ່ມີອິດທິພົນຊື່ສຽງດີເດັ່ນຂຶ້ນກັບ 45 ຊົນເຜົ່າສ່ວນໜ້ອຍຂອງບັນດາແຂວງ, ນະຄອນເຂດຊາຍແດນທາງບົກ ແລະ ທາງທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ