ລາຍການ “ຫົວຄິດ ປະດິດສ້າງຊູແອດ“ ຢູ່ນະຄອນໂຮ່ຈິມິນ
(ພາບປະກອບ: http://dantri.com.vn/ )
(vovworld)- ລາຍການ “ຫົວຄິດປະດິດສ້າງຊູແອດ“ ໄດ້ດຳເນີນໄປຢູ່ນະຄອນໂຮ່ຈິມິນແຕ່ວັນທີ 10-30/11. ຕອນຄ່ຳວັນທີ 28/11, ທ່ານນາງ Camilla Mellander ເອກອັກຄະລັດຖະທູດຊູແອດ ປະຈຳຫວຽດນາມ ໃຫ້ຮູ້ວ່າ: ລາຍການ “ຫົວຄິດປະດິດສ້າງຊູແອດ“ ມີ 15 ເຫດການ ແລະ ການເຄື່ອນໄຫວຕ່າງກັນແຕ່ລ້ວນແຕ່ມີການກ່ຽວຂ້ອງເຖິງຫົວເລື່ອງເຕັກໂນໂລຊີປະດິດສ້າງ. ພິເສດແມ່ນບັນດາເຫດການ, ກອງປະຊຸມສຳມະນາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ຄົມມະ ນາຄົມຕົວເມືອງ ແລະ ຂົງເຂດສື່ສານ ໄດ້ສ້າງເປັນເວທີປາໄສທີ່ມີປະສິດທິຜົນເພື່ອໃຫ້ບັນດາອົງການມີໜ້າທີ່ຮັບຜິດຊອບ, ວິສາຫະກິດສອງປະເທດຫວຽດນາມ-ຊູແອດ ພ້ອມກັນຄົ້ນຄ້ວາ, ແລກປ່ຽນເພື່ອຍົກອອກບັນດາມາດຕະການມີລັກສະນະເຕັກໂນໂລຊີ, ຕອບສະໜອງຄວາມຕ້ອງການຂອງພື້ນຖານອຸດສາຫະກຳທັນສະໄໝ. ນີ້ແມ່ນລານການນອນໃນຂອບເຂດບັນດາການເຄື່ອນໄຫບຂ່ຳນັບຮັບຕ້ອນການສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງທູດລະຫວ່າງສອງປະເທດຫວຽດນາມ-ຊູແອດ./.