ລາຍການ “ຫວຽດນາມ - ສັງກາດບຸກບືນ” ຕ້ອງສົ່ງສານດ້ານຈິດໃຈຄວາມເອກອ້າງທະນົງໃຈຂອງຊາດ, ມີຄວາມເຊື້ອໝັ້ນຕົນເອງຮ່ວມເດີນທາງພ້ອມກັບໂລກ

(VOVWORLD) - ການໄປກວດກາຈັດຂຶ້ນພາຍຫຼັງ 2 ມື້ທີ່ VOV ປຸກລະດົມລາຍການ “ຫວຽດນາມ - ສັງກາດບຸກບືນ” (ວັນທີ 02 ຕຸລາ) ສຸມໃສ່ສົ່ງບັນດາເນື້ອໃນສຳຄັນ
ລາຍການ “ຫວຽດນາມ - ສັງກາດບຸກບືນ” ຕ້ອງສົ່ງສານດ້ານຈິດໃຈຄວາມເອກອ້າງທະນົງໃຈຂອງຊາດ, ມີຄວາມເຊື້ອໝັ້ນຕົນເອງຮ່ວມເດີນທາງພ້ອມກັບໂລກ - ảnh 1(ທ່ານ ໂດ້ຕຽນຊີ້ ກ່າວຄຳເຫັນທີ່ການກວດກາຢູ່ພະແນກກະຈາຍສຽງພົວພັນຕ່າງປະເທດ)

        ຕອນເຊົ້າວັນທີ 04 ຕຸລາ, ຢູ່ ຮ່າໂນ້ຍ, ທ່ານຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໂດ້ຕຽນຊີ້, ໄດ້ໄປກວດກາ, ກະຕຸກຊຸກຍູ້ຄວາມຄືບໜ້າໃນການຜັນຂະຫຍາຍລາຍການການເມືອງຫຼາຍແງ່ມູມ, ຫຼາຍຮູບແບບ ດ້ວຍຫົວຂໍ້ “ຫວຽດນາມ - ສັງກາດບຸກບືນ”, ຢູ່ 7 ພະແນກຂອງ VOV. ການໄປກວດກາຈັດຂຶ້ນພາຍຫຼັງ 2 ມື້ທີ່ VOV ປຸກລະດົມລາຍການ “ຫວຽດນາມ - ສັງກາດບຸກບືນ” (ວັນທີ 02 ຕຸລາ) ສຸມໃສ່ສົ່ງບັນດາເນື້ອໃນສຳຄັນ, ຄື: “ຄວາມໄວ້ເນື້ອເຊື່ອໃຈໃໝ່, ບັນຍາກາດໃໝ່”, “ພາລະກິດ, ກຳລັງຄວາມສາມາດ, ທີ່ຕັ້ງ ແລະ ອິດທິພົນຊື່ສຽງສາກົນຂອງ ຫວຽດນາມ ພາຍຫຼັງໄລຍະ 40 ປີແຫ່ງການປ່ຽນແປງໃໝ່”, “ກາລະໂອກາດ, ສິ່ງທ້າທາຍ ແລະ ຄວາມຮັບຜິດຊອບປະຫວັດສາດຂອງພັກ ໃນທົດສະວັດໃໝ່”…

        ກ່າວຄຳເຫັນທີ່ການກວດກາຢູ່ພະແນກກະຈາຍສຽງພົວພັນຕ່າງປະເທດ (VOV5), ຂຶ້ນກັບ VOV, ທ່ານ ໂດ້ຕຽນຊີ້, ເນັ້ນໜັກວ່າ:

        “ຫວັງວ່າ, ບັນດານັກຂ່າວສົມທົບແຫຼ່ງກຳລັງຢູ່ພາຍໃນວິທະຍຸກະຈາຍສຽງ, ຍາດແຍ່ງສື່ມວນຊົນສາກົນ, ບັນດາຜູ້ຮັກແພງ ຫວຽດນາມ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຫົວຂໍ້ດັ່ງກ່າວ, ເພື່ອຂຽນບົດ, ຂຽນຂ່າວ. ບັນດາຂ່າວ, ບົດຕ້ອງຍົກອອກໄດ້ສະພາບການການເມືອງສະຖຽນລະພາບ, ເສດຖະກິດພັດທະນາ, ຈິດໃຈເຊື່ອມຕໍ່ປະຊາຄົມ, ຜ່ານຜ່າຄວາມຫຍຸ້ງຍາກຂອງປະຊາຊົນ ຫວຽດນາມ. ຂ້າພະເຈົ້າຫວັງວ່າ, ບັນດາຂ່າວ, ບົດຂອງ VOV5 ຈະສົ່ງສານຂອງຊາດໄດ້. ລາຍການນີ້ແມ່ນຄວາມເອກອ້າງທະນົງໃຈຂອງ VOV”.

ຕອບກັບ

ຂ່າວ/ບົດ​ອື່ນ