ລາຍການ “ຮ່ວມແຮງຮ່ວມໃຈຫຼຸດຜ່ອນຄວາມເຈັບປວດຍ້ອນທາດພິດສີສົ້ມ”
ລາຍການ ຮ່ວມແຮງຮ່ວມໃຈຫຼຸດຜ່ອນຄວາມເຈັບປວດຍ້ອນທາດພິດສີສົ້ມ
(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 51 ປີແຫ່ງວັນວິນາດສະກຳທາດພິດສີສົ້ມຢູ່ຫວຽດນາມ ແລະ ວັນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ ດີໂອຊີນ (10/8), ຕອນຄຳ່ວັນທີ 10/8 ຢູ່ ຮ່າໂນ້ຍ, ໄດ້ດຳເນີນລາຍການພົບປະແລກປ່ຽນສີລະປະ “ຮ່ວມແຮງຮ່ວມໃຈຫຼຸດຜ່ອນຄວາມເຈັບປວດຍ້ອນທາດພິດສີສົ້ມ”. ເຂົ້າຮ່ວມລາຍການພົບປະແລກປ່ຽນນີ້ ນອກຈາກບັນດາແບບຢ່າງຜູ້ປະສົບເຄາະຮ້າຍຈາດທາດພິດສີສົ້ມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກບື່ນຕົວຂຶ້ນໃນຊີວິດນັ້ນ ຍັງມີບັນດາຜູ້ໃຈບຸນໃຈກຸ້ສົນ, ບັນດາແຂກຕ່າງປະເທດທີ່ສຸດຈິດສຸດໃຈຊ່ວຍເຫຼືອ, ຂົນຂວາຍສະໜັບສະໜູນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມໃນຕະຫຼອດໄລຍະຜ່ານມາ. ກ່າວຄຳເຫັນທີ່ລາຍການ, ທ່ານນາງຮອງປະທານປະເທດຫວຽດນາມ Nguyen Thi Doan ເນັ້ນໜັກວ່າ: ຄວາມເຈັບປວດຈາກທາດພິດສີສົ້ມບໍ່ພຽງແຕ່ແມ່ນຄວາມເຈັບປວດຂອງປະຊາຊົນຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນເຫດວິນາດສະກຳ, ແມ່ນຄວາມເຈັບປວດຂອງປະຊາຊົນໂລກ ອີກດ້ວຍ. ຮ່ວມແຮງຮ່ວມໃຈຫຼຸດຜ່ອນຄວາມເຈັບປວດຈາກທາດພິດສີສົ້ມແມ່ນວຽກງານມະນຸດສະທຳ, ແມ່ນຄຳຮຽກຮ້ອງໂດຍມະໂນທຳ ແລະ ກໍແມ່ນຄວາມຮັບຜິດຊອບຂອງທຸກໆຄົນ. ທ່ານນາງຮອງປະທານປະເທດຮຽກຮ້ອງໃຫ້ຂະແໜງການ, ຂັ້ນຕ່າງໆ ບັນດາອົງການ, ສ່ວນບຸກຄົນທັງຢູ່ພາຍໃນ ແລະ ຕ່າງປະເທດພ້ອມກັນຮ່ວມແຮງຮ່ວມໃຈໃນການຫຼຸດຜ່ອນຄວາມເຈັບປວດນີ້ ແລະ ທວງເອົາຄວາມຍຸຕິທຳໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ. ພ້ອມທັງປາດຖະໜາວ່າ: ໃນໄລຍະຈະມາເຖິງ, ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຈະໄດ້ຮັບການໜູນຊ່ວຍທັງດ້ານວັດຖຸ ແລະ ຈິດໃຈຫຼາຍກ່ວາອີກ ເພື່ອໃຫ້ບັນດາຜູ້ປະສົບເຄາະຮ້າຍຜ່ານຜ່າອາການເຈັບເປັນ, ທຸກຍາກຂາດເຂີນ. ທ່ານນາງຮອງປະທານປະເທດ ສະເໜີວ່າ:
“ໃນໄລຍະຈະມາເຖິງຍັງມີຄວາມຫຍຸ້ງຍາກຫຼາຍຢ່າງສຳລັບສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ ດີໂອຊີນຫວຽດນາມ. ຂ້າພະເຈົ້າສະເໜີໃຫ້ທາງສູນກາງສະມາຄົມຄວນປ່ຽນໃໝ່ວິທີເຮັດວຽກ, ເພີ່ມທະວີການຕິດຕາມກວດກາການເຄື່ອນໄຫວຂອງສະມາຄົມທຸກຂັ້ນ ເພື່ອເຮັດແນວໃດໃຫ້ ທຸກໆການໜູນຊ່ວຍແກ່ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມບັນລຸໝາກຜົນ ແລະ ບໍ່ຖືກຮົ່ວໄຫຼ. ຂ້າພະເຈົ້າຂໍແບ່ງປັນບັນດາຄວາມຫຍຸ້ງຍາກກັບຜູ້ປະສົບເຄາະຮ້າຍ, ຫວັງວ່າບັນດາຜູ້ປະສົບເຄາະຮ້າຍຈົ່ງພະຍາຍາມບື່ນຕົວຂຶ້ນ, ພັກ, ລັດ, ກໍຄືປະຊາຊົນຫວຽດນາມ, ປະຊາຊົນທີ່ກ້າວໜ້າໃນໂລກຍາມໃດກໍສະໜັບສະໜູນພວກເພື່ອນ”