ລາຍການ “ແຜ່ຂະຫຍາຍມານະຈິດ ຫວຽດ” ປີ 2021

(VOVWORLD) -ລາຍການປີນີ້ໄດ້ເຊີດຊູຊາວໜຸ່ມພິການດີເດັ່ນ 50 ຄົນ ຂຶ້ນກັບ 34 ແຂວງ, ນະຄອນ, ໃນນັ້ນມີຊາວໜຸ່ມພິການ 6 ຄົນເປັນຊາວເຜົ່າສ່ວນໜ້ອຍຄື: ໄຕ່, ເມື່ອງ, ມົ້ງ, ເອເດ.
ລາຍການ “ແຜ່ຂະຫຍາຍມານະຈິດ ຫວຽດ” ປີ 2021 - ảnh 1ລາຍການ “ແຜ່ຂະຫຍາຍມານະຈິດ ຫວຽດ” ປີ 2021
(ພາບ: hanoimoi.com.vn)

ຕອນຄ່ຳວັນທີ 13 ທັນວາ, ຢູ່ ຮ່າໂນ້ຍ, ສູນກາງສະມາຄົມຊາວໜຸ່ມ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການແຫ່ງຊາດກ່ຽວກັບຄົນພິການ ຫວຽດນາມ, ຈັດລາຍການ “ແຜ່ຂະຫຍາຍມານະຈິດ ຫວຽດ” ປີ 2021. ລາຍການປີນີ້ໄດ້ເຊີດຊູຊາວໜຸ່ມພິການດີເດັ່ນ 50 ຄົນ ຂຶ້ນກັບ 34 ແຂວງ, ນະຄອນ, ໃນນັ້ນມີຊາວໜຸ່ມພິການ 6 ຄົນເປັນຊາວເຜົ່າສ່ວນໜ້ອຍຄື: ໄຕ່, ເມື່ອງ, ມົ້ງ, ເອເດ. ກ່າວຄຳເຫັນທີ່ລາຍການ, ທ່ານຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ, ຮອງປະທານຄະນະກຳມະການແຫ່ງຊາດກ່ຽວກັບຄົນພິການ ຫວຽດນາມ ຫງວຽນວັນໂຮ່ຍ, ເນັ້ນໜັກວ່າ:

        “ພວກຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍການຮ່ວມແຮງຮ່ວມໃຈ, ມີຄວາມຮັບຜິດຊອບ ແລະ ນ້ຳໃຈຂອງພວກເຮົາ ຈະແກ້ໄຂຄວາມຫຍຸ້ງຍາກເທື່ອລະກ້າວ, ຫຼຸດຜ່ອນຮົ້ວກີດຂວາງ, ນຳມາເຊິ່ງຊີວິດທີ່ດີງາມກວ່າໃຫ້ແກ່ຄົນພິການ, ຊາວໜຸ່ມພິການ ຄືຄວາມເຊື່ອໝັ້ນ ແລະ ຄວາມປາດຖະໜາຂອງພວກເຮົາໝົດທຸກຄົນ”.

ຕອບກັບ

ຂ່າວ/ບົດ​ອື່ນ