ລາຍຮັບຂອງຜູ້ອອກແຮງງານປີ 2019 ເພີ່ມຂຶ້ນ 17% ເມື່ອທຽບໃສ່ປີ 2018

(VOVWORLD) -ໄລ່ຮອດຈຸດເວລານີ້, ວິສາຫະກິດສ່ວນຫຼາຍລ້ວນແຕ່ປະຕິບັດການດັດປັບເງິນເດືອນຕາມການກຳນົດ, ສະນັ້ນ ລະດັບເງິນເດືອນ, ລາຍຮັບຂອງຜູ້ອອກແຮງງານຈຶ່ງໄດ້ເພີ່ມຂຶ້ນ.

ຕາມການສຳຫຼວດຂອງສະຫະພັນໃຫຍ່ແຮງງານຫວຽດນາມ ແລ້ວ, ລາຍຮັບສະເລ່ຍຕໍ່ຫົວຄົນຂອງກຳມະກອນ, ລັດຖະກອນ, ຜູ້ອອກແຮງງານໃນປີ 2019 ໄດ້ເພີ່ມຂຶ້ນ 17% ເມື່ອທຽບໃສ່ປີ 2018, ຕົ້ນຕໍແມ່ນຍ້ອນມີການດັດປັບລະດັບເງິນເດືອນພື້ນຖານຂອງເຂດ. ໄລ່ຮອດຈຸດເວລານີ້, ວິສາຫະກິດສ່ວນຫຼາຍລ້ວນແຕ່ປະຕິບັດການດັດປັບເງິນເດືອນຕາມການກຳນົດ, ສະນັ້ນ ລະດັບເງິນເດືອນ, ລາຍຮັບຂອງຜູ້ອອກແຮງງານຈຶ່ງໄດ້ເພີ່ມຂຶ້ນ.

          ແລະກໍ່ໃນປີ 2019, ບັນດາວິສາຫະກິດໄດ້ເອົາໃຈໃສ່ເບິ່ງແຍງດູແລໃຫ້ແກ່ຜູ້ອອກແຮງງານໄດ້ເປັນຢ່າງດີກວ່າ ແລະ ກຳມະບານຂັ້ນຮາກຖານຢູ່ວິສາຫະກິດກໍ່ມີການເຈລະຈາ, ລົງນາມສັນຍາອອກແຮງງານລວມໝູ່ສຳເລັດຜົນ, ມີຫຼາຍມາດຕາແມ່ນມີຜົນປະໂຫຍດໃຫ້ແກ່ຜູ້ອອກແຮງງານ.

ຕອບກັບ

ຂ່າວ/ບົດ​ອື່ນ