ລາຍ​ຮັບ​ຈາກ​ຄອງ​ Suez ຫຼຸດ​ລົງ 60%

(VOVWORLD) - ສະພາບການໃນປັດຈຸບັນ ແລະ ບັນດາສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນຢູ່ເຂດທະເລແດງ ໄດ້ຊຸກຍູ້ບັນດາບໍລິສັດກຳປັ່ນ ຊອກຫາບັນດາເສັ້ນທາງເດີນເຮືອປ່ຽນແທນ ແລະ ຫຼີກລ້ຽງອອກໄກຈາກຄອງ Suez. 
ລາຍ​ຮັບ​ຈາກ​ຄອງ​ Suez ຫຼຸດ​ລົງ 60% - ảnh 1(ພາບປະກອບ: AFP/TTXVN)

ລາຍຮັບຈາກຄອງ Suez ໄດ້ຫຼຸດລົງ 60%, ໃນຂະນະທີຈຳນວນກຳປັ່ນເດີນ ຜ່ານເສັ້ນທາງທະເລທີ່ເຊື່ອມຕໍ່ ອາຊີ ກັບ ເອີຣົບ ໄດ້ຫຼຸດລົງ 49% ນັບແຕ່ຕົ້ນປີ 2024, ຍ້ອນຄວາມເຄັ່ງຕຶງສືບຕໍ່ເພີ່ມຂຶ້ນຢູ່ເຂດທະເລແດງ. ນີ້ແມ່ນຂໍ້ມູນຂ່າວໂດຍທ່ານ Osama Rabie ປະທານອົງການຄຸ້ມຄອງ ຄອງເໝືອງ Suez (SCA) ຍົກອອກມາໃນວັນທີ 06 ຕຸລາ.

ຕາມທ່ານ Osama Rabie ແລ້ວ, ສະພາບການໃນປັດຈຸບັນ ແລະ ບັນດາສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນຢູ່ເຂດທະເລແດງ ໄດ້ຊຸກຍູ້ບັນດາບໍລິສັດກຳປັ່ນ ຊອກຫາບັນດາເສັ້ນທາງເດີນເຮືອປ່ຽນແທນ ແລະ ຫຼີກລ້ຽງອອກໄກຈາກຄອງ Suez. ສິ່ງນີ້ເຮັດໃຫ້ລາຍຮັບຈາກ ຄອງ Suez ຂອງ ເອຢິບ ໄດ້ຫຼຸດລົງແຕ່ 9,4 ຕື້ USD ໃນປີການເງິນ 2022/2023 ລົງເຫຼືອພຽງ 7,2ຕື້ USD ໃນປີການເງິນ 2023/2024. ປີການເງິນຢູ່ເອຢິບ ເລີ່ມແຕ່ວັນທີ 1 ກໍລະກົດຂອງປີກ່ອນນັ້ນ ແລະ ສິ້ນສຸດໃນວັນທີ 30 ມິຖຸນາ ຂອງປີຖັດມາ. ຄອງ Suez ແມ່ນເສັ້ນທາງເດີນເຮືອທີ່ສຳຄັນເຊື່ອມຕໍ່ພາກພື້ນມະຫາສະໝຸດ ເມດີເຕຣາເນຍ ກັບ ທະເລແດງ, ກວມເອົາປະມານ 12%ປະລິມານສິນຄ້າຂົນສົ່ງທາງທະເລໃນທົ່ວໂລກ.     

ຕອບກັບ

ຂ່າວ/ບົດ​ອື່ນ