ລາວເປີດກວ້າງສະໜາມບິນສາກົນ ວັດໄຕ
(ສະໜາມບິນສາກົນ ວັດໄຕ)
(vovworld) – ວັນທີ 16/07, ກົມການບິນພົນລະເມືອງລາວ ແລະ ບໍລິສັດ Nippon Koei Co.Ltd ຍີ່ປຸ່ນ ໄດ້ລົງນາມໃນສັນຍາໃຫ້ຄຳປຶກສາກ່ຽວກັບເລື່ອງເປີດກວ້າງສະໜາມບິນສາກົນ ວັດໄຕ ຢູ່ນະຄອນຫຼວງວຽງຈັນ.
ຕາມສັນຍາ, ບໍລິສັດ Nippon Koei ຈະສະໜອງບໍລິການທີ່ປຶກສານັກປະມູນກໍ່ສ້າງບັນດາກິດຈະກຳເປີດກວ້າງສະໜາມບິນ ເພື່ອແນໃສ່ຮັບປະກັນຮັບເອົາເຮືອບິນ, ໂດຍສານ ແລະ ສິນຄ້າທີ່ນັບມື້ນັບເພີ່ມຂຶ້ນ. ບັນດາກິດຈະກຳໄດ້ຮັບການເປີດກວ້າງລວມມີ ທ່າອາກາດສະຍານ ແລະ ເຂດຈອດລົດ. ບັນດາກິດຈະກຳເຊິ່ງໄດ້ຮັບການກໍ່ສ້າງໃໝ່ລວມມີ: ທ່າອາກາດສະຍານພາຍໃນປະເທດ, ໂຮງສ້ອມແປງເຮືອບິນ, ລານບິນ.
ໂຄງການເປີດກວ້າງສະໜາມບິນສາກົນ ວັດໄຕ ນຳໃຊ້ແຫຼ່ງທຶນອຸປະທຳພັດທະນາທາງການ (ODA) ຂອງລັດຖະບານຍີ່ປຸ່ນ ຕາມສະເໜີຂອງລັດຖະບານລາວ. ໂຄງການປະຕິບັດໃນໄລຍະ 59 ເດືອນ. ດ້ວຍຍອດຈຳນວນເງິນເກືອບ 100 ລ້ານ USD.