ລາວ ກະກຽມກອງປະຊຸມລັດຖະມົນຕີບັນດາປະເທດ ອະນຸພາກພື້ນແມ່ນ້ຳຂອງ - ສ ເກົາຫຼີ
Quoc Khanh, ນັກຂ່າວ VOV ປະຈຳລາວ -  
ກ່ອນໜ້ານັ້ນ, ກອງປະຊຸມລັດຖະມົນຕີບັນດາປະເທດ ອະນຸພາກພື້ນແມ່ນ້ຳຂອງ- ຍີ່ປຸ່ນ ຄັ້ງທີ 4 ໄດ້ຈັດຕັ້ງໃນວັນທີ 21/4
(vovworld) - ວັນທີ 12/6, ຢູ່ ຫຼວງພະບາງ, ໄດ້ດຳເນີນກອງປະຊຸມກະກຽມ ໃຫ້ແກ່ກອງປະຊຸມລັດຖະມົນຕີ ບັນດາປະເທດອະນຸພາກພື້ນ ແມ່ນ້ຳຂອງ - ສ ເກົາຫຼີ ຄັ້ງທີ 2. ກອງປະຊຸມ ໄດ້ຮັບຮອງເອົາບັນດາບາດກ້າວກະກຽມ, ເປັນເອກະພາບສູງຕໍບັນດາວິທີການ ແລະ ເນື້ອໃນທີ່ຈະລາຍງານທີ່ກອງປະຊຸມຈະມາເຖິງ. ຄະນະຜູ້ແທນຫວຽດນາມ ໂດຍທ່ານ Nguyen Quoc Dung, ຫົວໜ້າກົມສັງລວມເສດຖະກິດ ສັງກັດກະຊວງການຕ່າງປະເທດ ເປັນຫົວໜ້າຄະນະຖືວ່າ: ຫວຽດນາມ ພ້ອມແລ້ວທີ່ຈະຮັບບົດບາດປະສານງານ ໃນບັນດາຂົງເຂດທີ່ໄດ້ຮັບຮອງເອົາທີ່ກອງປະຊຸມແມ່ນ້ຳ Nakdong, ພ້ອມກັນນັ້ນກໍຍົກອອກໂຄງການຈຳນວນໜຶ່ງໃນ 6 ຂົງເຂດຄື: ພັດທະນາພື້ນຖານໂຄງລ່າງ, ເຕັກໂນໂລຢີຂໍ້ມູນຂ່າວສານ, ພັດທະນາຂຽວ, ຊັບພະຍາກອນນ້ຳ, ກະສິກຳຊົນນະບົດ ແລະ ແຫຼ່ງຊັບພະຍາກອນມະນຸດ.
ກອງປະຊຸມລັດຖະມົນຕີ ບັນດາປະເທດອະນຸພາກພື້ນ ແມ່ນ້ຳຂອງ - ສ ເກົາຫຼີ ຄັ້ງທີ 2 ຈະໄດ້ຈັດຂຶ້ນໃນເດືອນ 7 ຢູ່ ກຳປູເຈຍ. ເນື້ອໃນຕົ້ນຕໍຂອງການປຶກສາຫາລືຕ່າງໆ ແມ່ນການຕີລາຄາການປະຕິບັດຖະແຫຼງການແມ່ນ້ຳ Nakdong, ພ້ອມທັງທາບທາມຄວາມເຫັນກ່ຽວກັບການກຳນົດທິດ ໃຫ້ແກ່ການຮ່ວມມື ແລະ ພັດທະນາໃນ ອານາຄົດລະຫວ່າງບັນດາປະເທດໃນອະນຸພາກພື້ນແມ່ນ້ຳຂອງ ເພື່ອແນໃສ່ສ້າງຄູ່ຮ່ວມມື, ຮ່ວມມືຢ່າງຮອບດ້ານເພື່ອພັດທະນາຍາວນານ ແລະ ຍືນຍົງ.
Quoc Khanh, ນັກຂ່າວ VOV ປະຈຳລາວ