ພາບປະກອບ
(vovworld) - ວັນທີ 7/5, ກຳລັງປະກອບອາວຸດແຂວງ ບໍລິຄຳໄຊ ໄດ້ສົມທົບກັບກອງຊອກຫາອັດຖິທະຫານແຂວງ ຮ່າຕິ້ງ ຂອງ ຫວຽດນາມ, ສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດ 27 ຊຸດມາເຕົ້າໂຮມໃນລະດູແຫ້ງ 2012 – 2013, ເພື່ອກະກຽມຈັດພິທີສົ່ງ, ມອບຮັບ. ຕາມແຜນການແລ້ວ, ວັນທີ 9/5, ຈະດຳເນີນພິທີສວດມົນພາວະນາໃຫ້ແກ່ບັນດານັກຮົບ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດ ຕາມຮີດຄອງປະເພນີຂອງ ລາວ, ຫຼັງຈາກນັ້ນໃນວັນທີ 12/5, ຄະນະປະຕິບັດງານພິເສດແຂວງ ຮ່າຕິ້ງ ຈະຮັບອັດຖິບັນດານັກຮົບເສຍສະຫຼະຊີວິດເພື່ອຊາດເຫຼົ່ານັ້ນ ເພື່ອປົງຢູ່ສຸສານ ນ້ຳ, ເມືອງ ເຮືອງເຊີນ, ແຂວງ ຮ່າຕິ້ງ.