ລາວ ຕີລາຄາສູງການຮ່ວມມືກັບ ຫວຽດນາມ ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ

(VOVWORLD) - ທ່ານລັດຖະມົນຕີ ຮວິ່ງແທັງດາດ ສະເໜີໃຫ້ທ່ານນາຍົກລັດຖະມົນຕີ ລາວ ສືບຕໍ່ໃຫ້ຄວາມເອົາໃຈໃສ່ຊີ້ນຳ ແລະ ສະໜັບສະໜູນເພື່ອຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືລະຫວ່າງ ລາວ ແລະ  ຫວຽດນາມ ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ
ລາວ ຕີລາຄາສູງການຮ່ວມມືກັບ ຫວຽດນາມ ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ - ảnh 1(ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຕ້ອນຮັບທ່ານລັດຖະມົນຕີ ຮວິ່ງແທັງດາດ)

        ຕອນບ່າຍວັນທີ 29 ພຶດສະພາ, ຢູ່ນະຄອນຫຼວງ ວຽງຈັນ, ຄະນະຜູ້ແທນກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໂດຍທ່ານລັດຖະມົນຕີ ຮວິ່ງແທັງດາດ, ນຳໜ້າ, ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ. ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ຮວິ່ງແທັງດາດ ສະເໜີໃຫ້ທ່ານນາຍົກລັດຖະມົນຕີ ລາວ ສືບຕໍ່ໃຫ້ຄວາມເອົາໃຈໃສ່ຊີ້ນຳ ແລະ ສະໜັບສະໜູນເພື່ອຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືລະຫວ່າງ ລາວ ແລະ  ຫວຽດນາມ ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ, ຊັບສິນທາງປັນຍາໃຫ້ຫຼາຍກວ່າ, ເພື່ອປະກອບສ່ວນຢ່າງແທດຈິງ ແລະ ມີປະສິດທິຜົນໃຫ້ແກ່ບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມແບບຍືນຍົງຂອງ 2 ປະເທດ.

        ສ່ວນທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ຈະພ້ອມກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງ ລາວ, ສືບຕໍ່ແລກປ່ຽນຄະນະຜູ້ແທນ, ແລກປ່ຽນບົດຮຽນ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ…; ພ້ອມທັງ, ຕັ້ງໜ້າຈັດການຜັນຂະຫຍາຍບັນດາເນື້ອໃນຂອງຂໍ້ຕົກລົງເຊິ່ງການນຳຂັ້ນສູງຂອງ 2 ພັກ ໄດ້ເຫັນດີເປັນເອກະພາບ ເພື່ອບັນລຸໝາກຜົນ ແລະ ຜົນງານຫຼາຍຢ່າງກວ່າອີກ.

        ກ່ອນໜ້ານັ້ນ, ໃນວັນດຽວກັນ, ກໍ່ໄດ້ຈັດການໂອ້ລົມສົນທະນາກ່ຽວກັບວິທະຍາສາດ ແລະ ນະວັດຕະກຳລະຫວ່າງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ກັບ ກະຊວງສຶກສາ ແລະ ກິລາ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ