ລີເບເຣີຍຮັບຮູ້ອີກ2ກໍລະນີຕິດເຊື້ອພະຍາດEbolaໃໝ່

ລີເບເຣີຍຮັບຮູ້ອີກ2ກໍລະນີຕິດເຊື້ອພະຍາດEbolaໃໝ່ - ảnh 1
ພາ​ລະ​ກອນ​ການ​ແພດ​ເຮັດ​ວຽກຢູ່ Monrovia, ​ລີ​ເບ​ເຣັຍ ເມື່ອ​ວັນ​ທີ 29/9/2014.
(ພາບ: AFP/TTXVN)

(vovworld) – ​​ວັນ​ທີ 1/7, ບັນ​ດາ​ເຈົ້າ​ໜ້​າ​ທີ່ ລີ​ເບ​ເຣັຍ ຮັບ​ຮູ້​ວ່າ: ຢ່າງ​ໜ້ອຍ​ສຸດ​ມີ 2 ຄົນ​ຕິດ​ເຊື້ອ​ພະ​ຍາດ Ebola ໃໝ່​ຢູ່​ປະ​ເທດນີ້, ນັບ​ແຕ່​ເມື່ອມີ​ເຍົາ​ວະ​ຊົນຄົນ​ໜຶ່ງເສຍ​ຊີ​ວິດ​ຍ້ອນ​ໄວ​ຣັດ​ທີ່​ອັນ​ຕະ​ລາຍນີ້. ບັນ​ດາ​ເຈົ້າ​ໜ້າ​ທີ່​ການ​ແພດ​ຂອງ​ປະ​ເທດນີ້​ໃຫ້​ຮູ້​ວ່າ: 2 ກໍ​ລະ​ນີ​ຕິດ​ແປດ​ເຊື້ອ​ພະ​ຍາດ Ebola ໃໝ່​ໄດ້​ຄົ້ນ​ພົບ​ຢູ່​ເທດ​ສະ​ບານ, ບ່ອນ​​ທີ່​​ທ້າວ Abaraham Memaigar, ອາ​ຍຸ 17 ປີ​ຖືກ​​ຕິດ​ໄວ​ຣັດ Ebola ແລະ ເສຍ​ຊີ​ວິດ. 2 ກໍ​ລະ​ນີນີ້​ລ້ວນ​ແຕ່​ມີ​ການ​ສຳ​ພັດ​ໂດຍ​ກົງ​ກັບ​​ທ້າວ Abaraham Memaigar ກ່ອນ​ທີ່​ເສ​ຍ​ຊີ​ວິດ. ປະ​ຈຸ​ບັນ, ພາ​ລະ​ກອນ​ການ​ແພດ 14 ຄົນ​​ທີ່ມ​ີ​ການ​ສຳ​ພັດ​ກັບ​ທ້າວ Memaigar ພວມ​ໄດ້​ຮັບ​ການ​ຕິດ​ຕາມກວດ​ກາ​ຢ່າງ​ໃກ້​ຊິດ.


ຂ່າວ/ບົດ​ອື່ນ