(vovworld) – ວັນທີ 11/08, ທ່ານປະທານາທິບໍດີລີເບເຣັຍ Johnson Sirleaf ໄດ້ແຈ້ງຂ່າວວ່າ ກອງທັບປະເທດນີ້ໄດ້ຮັບຄຳສັ່ງຕັ້ງແຂວງ Lofa ຢູ່ໃນສະພາບ “ບໍ່ເຂົ້າອອກ” ເພື່ອແນໃສ່ຕິດຕາມກວດກາ, ຄຸ້ມຄອງ ແລະ ສະກັດກັ້ນພະຍາດ Ebola. ນີແມ່ນແຂວງແຫ່ງທີ 3 ຢູ່ລີເບເຣັຍ ຖືກແຍກອອກຕ່າງຫາກ ເພື່ອສະກັດກັ້ນໄວລັດອັນຕະລາຍຕໍ່ຊີວິດຂອງປະຊາຊົນແຜ່ລາມອອກສູ່ວົງກວ້າງ. ໃນແຈ້ງການທາງວິທະຍຸກະຈາຍສຽງແຫ່ງຊາດ, ທ່ານປະທານາທິບໍດີ Sirleaf ໃຫ້ຮູ້ວ່າ ນັບແຕ່ຈຸດເວລານີ້ ຈະບໍ່ອະນຸຍາດໃຫ້ຜູ້ໃດເຂົ້າອອກແຂວງ Lofa. ທ່ານປະທານາທິບໍດີ Sirleaf ໄດ້ມີຄຳສັ່ງໃຫ້ກອງທັບຕິດຕາມກວດກາວຽກງານແຍກອອກຕ່າງຫາກ ພ້ອມທັງໃຫ້ຄຳໝັ້ນສັນຍາເພື່ອຮັບປະກັນການສະໜອງສະບຽງອາຫານຢ່າງພຽງພໍ ແລະ ຕໍ່ເນື່ອງໃຫ້ Lofa ເຊິ່ງເປັນໜຶ່ງໃນບັນດາແຂວງໃຫຍ່ທີ່ສຸດຂອງປະເທດນີ້. ກ່ອນໜ້ານັ້ນ, 2 ແຂວງທາງພາກເໜືອລີເບເຣັຍແມ່ນ Bomme ແລະ Grand Cape Mount ກໍ່ຖືກແຍກອອກຕ່າງຫາກເຊັ່ນດ່ຽວກັນ.