ວັກແຊງ 30 ລ້ານໂດສ ຈະມາຮອດຫວຽດນາມໃນໄວໆນີ້
(VOVWORLD) - ຕອນບ່າຍວັນທີ 2 ກຸມພາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວນັດສາມັນປະຈຳເດືອນມັງກອນປີ 2021 ຂອງລັດຖະບານ.
ກອງປະຊຸມຖະແຫຼງຂ່າວນັດສາມັນປະຈຳເດືອນມັງກອນປີ 2021 ຂອງລັດຖະບານ |
ທີ່ການປະຊຸມ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ເຈີນວັນຖ່ວນ ໄດ້ຢືນຢັນວ່າ: ກະຊວງສາທາລະນະສຸກ ພວມເຈລະຈາກັບບັນດາຄູ່ຮ່ວມມື ເພື່ອຊື້ ວັກແຊງ 30 ລ້ານໂດສ ຂອງ AstraZeneca ອັງກິດ. ຕາມນັ້ນແລ້ວ, ໃນປີ 2021, ວັກແຊງ 30 ລ້ານໂດສ ຈະມາຮອດຫວຽດນາມ, ໄວສຸດແມ່ນໃນໄຕມາດ 1 ນີ້.
ແລະ ກໍໃນກອງປະຊຸມຖະແຫຼງຂ່າວນັດສາມັນປະຈຳເດືອນມັງກອນປີ 2021 ຂອງລັດຖະບານ, ທ່ນຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ໃຫ້ຮູ້ວ່າ : ແຫຼ່ງເຊື້ອໂລກ Covid- 19 ຢູ່ສະໜາມບິນເວີນໂດນທີ່ແຂວງກວາງນິງ, ຢູ່ນະຄອນ ຈີລີງ ແຂວງຫາຍເຢືອງ ແລະ ນະຄອນຫຼວງຮ່າໂນ້ຍ ໄດ້ຖືກຄວມຄຸມໂດຍພື້ນຖານແລ້ວ.