(vovworld) – ໃນສະພາບການວົງການການນຳຝ່າຍຕາເວັນຕົກ ພວມປຶກສາຫາລືກ່ຽວກັບປະຕິກິລິຍາຂອງປະຊາຄົມໂລກສຳລັບການບຸກໂຈມຕີໄດ້ຮັບຖືວ່າ ນຳໃຊ້ອາວຸດເຄມີຢູ່ຊານນະຄອນຫຼວງ Damascus ຂອງ ຊີຣີ ເມື່ອອາທິດກ່ອນ, ບັນດາແຫຼ່ງຂ່າວຈາກລັດຖະບານ ອັງກິດ ໄດ້ເປີດເຜີຍຄວາມສາມາດແຊກແຊງດ້ານການທະຫານເຂົ້າຊີຣີ, ເຊິ່ງເປີດສາກອາດຈະແມ່ນການບຸກໂຈມຕີສົມທົບລະຫວ່າງທັບອາກາດ ແລະ ທັບເຮືອໃນເວລາ 1 ອາທິດ. ວັນທີ 26/8, ທ່ານປະທານາທິບໍດີ ອາເມລິກາ Barack Obama ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Kevin Rudd ມີການໂອ້ລົມທາງໂທລະສັບກ່ຽວກັບບັນຫານຳໃຊ້ອາວຸດເຄມີໃນການປະທະກັນຢູ່ ຊີຣີ. ໃນຖະແຫຼງການໜຶ່ງ, ທຳນຽບຂາວ ໃຫ້ຮູ້ວ່າ: ການນຳ 2 ທ່ານໄດ້ “ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງ” ກ່ຽວກັບຂໍ້ມູນຂ່າວອາວຸດເຄມີໄດ້ຮັບການນຳໃຊ້ໃນການປະທະກັນລະຫວ່າງກອງທັບລັດຖະບານ ແລະ ກຳລັງຝ່າຍຄ້ານ ຊີຣີ, ພ້ອມທັງແລກປ່ຽນກ່ຽວກັບ “ບັນດາປະຕິກິລິຍາອາດຈະປະຕິບັດໄດ້” ທີ່ມີຕໍ່ເຫດການດັ່ງກ່າວ.