ວົງການການເງິນລອນດອນເອົາໃຈໃສ່ເຖິງບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງຢູ່ນະຄອນໂຮ່ຈີມິນ

ວົງການການເງິນລອນດອນເອົາໃຈໃສ່ເຖິງບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງຢູ່ນະຄອນໂຮ່ຈີມິນ - ảnh 1
ພາບ​ປະ​ກອບ

(vovworld) – ຕອນ​ບ່າຍ​ວັນ​ທີ 6/10, ທ່ານ ເລ​ຮ່​ວາງກວນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງ Alderman Fiona Woolf, ​ເຈົ້າ​ຄອງ​ເຂດ​ການ​ເງິນ​ລອນດອນ (ປະ​ເທດ​ອັງ​ກິດ) ພວມ​ມີ​ການ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ທ່ານ ເລ​ຮ່​ວາງກວ​ນ ສະແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມ​ຢາມຂອງ​ທ່ານ​ນາງ Woolf ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ວິ​ສາ​ຫະ​ກິດ ອັນ​ດັບ​ໜຶ່ງ​ຂອງ​ເຂດ​ການ​ເງິນ ລອນດອນ ຈະ​ປະ​ກອບ​ສ່ວນ​ຍົກ​ການ​ພົວ​ພັນ​ລະ​ຫ​ວ່າງ​ນະ​ຄອນ ໂຮ່​ຈີ​ມິນ ແລະ ເຂດ​ການ​ເງິນ ລອນດອນ ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ການ​ຮ່ວມ​ມື​ລະ​ຫວ່າງ 2 ຝ່າຍ​ຈະ​ນັບ​ມື້​ນັບ​ເລິກ​ເຊິ່ງ, ກ້​ວາງ​ຂວາງ ແລະ ມີ​ປະ​ສິດ​ທິ​ຜົນ​ກ່​ວາ​ອ​ີກ, ພິ​ເສດ​ແມ່ນ​ການ​ໜ​ູນ​ຊ່ວຍ, ​ໃຫ້​ຄຳ​ປຶກ​ສາ​ໃຫ້​ນະ​ຄອນກໍ່​ສ້າງ​ເຂດ​ຕົວ​ເມືອງ​ໃໝ່ ຖູ​ທຽມ ກໍ່​ຄື​ບັນ​ດາ​ສາຍ​ທາງ​ລົດ​ໄຟ​ເຂດ​ຕົວ​ເມືອງ​ພວມ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ. ທ່ານ​ນາງ Woolf ສະ​ແດງ ຄວາມ​ປະ​ທັບ​ໃຈ​ຕໍ່​ໜ້າ​ການ​ພັດ​ທະ​ນາ​ທີ່​ຂະ​ຫຍັນ​ຂັນ​ເຂື່ອນ​ຂອງ​ນະ​ຄອນ ໂຮ່​ຈີ​ມິນ, ທ່ານ​ນາງ Woolf ກໍ່​ແໜ້ນ​ໜັກ​ສາຍ​ພົວ​ພັນ​ລະ​ຫວ່າງ ລອນດອນ ແລະ ນະ​ຄອນ ໂຮ່​ຈີ​ມິນ ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ​ອັນ​ດີ​ງາມ. ທ່ານ​ນາງ Woolf ໃຫ້​ຮູ້​ວ່າ: ທ່ານ​ນາງ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ວິ​ສາ​ຫະ​ກິດ​ຂອງ​ເຂດ​ການ​ເງິນ ລອນດອນ ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ຂົງ​ເຂດ​ພື້ນ​ຖານ​ໂຄງ​ລ່າງ, ສາ​ທາ​ລະ​ນະ​ສ​ຸກ, ພິ​ເສດ​ແມ່ນ​ເຂດ​ຕົວ​ເມືອງ​ໃໝ່ ຖູ​ທຽມ ແລະ ລະ​ບົບ​ເສັ້ນ​ທາງ​ລົດ​ໄຟ​ສາ​ທາ​ລະ​ນະ​ຂອງ​ນະ​ຄອນ ໂຮ່​ຈີ​ມິນ.


ຂ່າວ/ບົດ​ອື່ນ