ວົງການນັກຊ່ຽວຊານຕີລາຄາເສດຖະກິດຫວຽດນາມພັດທະນາຢ່າງໝັ້ນຄົງ
(ພາບປະກອບອີນເຕີແນັດ)
(vovworld) - ວັນທີ 16/11, ບັນດານັກຊ່ຽວຊານດ້ານເສດຖະກິດຂອງ Conference Board ຄາດຄະເນວ່າ ພື້ນຖານເສດຖະກິດຫວຽດນາມ ບັນລຸລະດັບເຕີບໂຕ 6,2% ໃນປີ 2016 ແລະ ຈະເພີ່ມຂຶ້ນລະດັບ 6,5% ໃນປີ 2017 ໃນໄລຍະ 2017 – 2021 ຈະບັນລຸລະດັບສະເລ່ຍ 6,7%. ອົງການຄົ້ນຄວ້າເສດຖະກິດແຖວໜ້າໃນໂລກມີສຳນັກງານຕັ້ງຢູ່ນິວຢອກ ນີ້ກໍໄດ້ຕີລາຄາວ່າ ເສດຖະກິດຂອງຫວຽດນາມ ຈະບໍ່ຖືກຜົນສະທ້ອນໃຫຍ່ ຖ້າຫາກອຳນາດການປົກຄອງໃໝ່ຂອງປະທານາທິບໍດີຫາກໍຮັບໄຊຊະນະ Donald Trump “ບໍ່ເຫັນດີ” ກັບສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP). ນັກຊ່ຽວຊານດ້ານເສດຖະກິດ Ken Goldstein ໃຫ້ຮູ້ວ່າ, ຖ້າຫາກ TPP ໄດ້ຮັບການປະຕິບັດຈະສ້າງວຽກເຮັດງານທຳຫຼາຍຢ່າງ, ແຕ່ກໍ່ເຮັດໃຫ້ຫຼາຍຄົນຖືກຫວ່າງງານ. ໃນຂະນະນັ້ນ, ທ່ານນາງ Jing Sima, ນັກຊ່ຽວຊານດ້ານເສດຖະກິດຂອງ Conference Board ຖືວ່າ, ໃນໄລຍະສັ້ນ ແລະ ກາງ, ຫວຽດນາມ ອາດຈະບັນລຸຜົນປະໂຫຍດ ໃນສະພາບການພົວພັນດ້ານການຄ້າລະຫວ່າງອາເມລິກາ - ຈີນ ຊົ່ວຮ້າຍລົງ. ແຕ່ໃນໄລຍະຍາວ, ທຸກໆປະເທດລ້ວນແຕ່ຖືກຜົນຮ້າຍຖ້າຫາກໃນໄລຍະຈະມາເຖິງ ອຳນາດການປົກຄອງອາມເລິກາ ເຮັດໃຫ້ວິວັດທະນະຫັນເປັນທົ່ວໂລກຊັກຊ້າລົງ.