ວົງການນັກຊ່່ຽວຊານຢັ້ງຢືນເຫດຜົນຊ່ວຍ ຫວຽດນາມ ສໍາເລັດໃນວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19
(VOVWORLD) -ບັນດາປະສົບການທີ່ອຸດົມສົມບູນຂອງຫວຽດນາມໃນການຮັບມືກັບບັນດາພະຍາດຕິດແປດ ກໍໄດ້ຊ່ວຍໃຫ້ລັດຖະບານ ແລະ ປະຊາຊົນຫວຽດນາມ ກະກຽມຄວາມພ້ອມໄດ້ເປັນຢ່າງດີກວ່າໃນການຮັບມືກັບໂລກລະບາດໂຄວິດ - 19.
ສີດຢາຂ້າເຊື້ອເຄື່ອງຂອງຂອງພົນລະເມືອງຫວຽດນາມ ກັບມາ ຈາກ ສ.ເກົາຫຼີ (ພາບ: TTXVN)
|
ຂໍກຸນແຈ ຜົນສໍາເລັດຂອງຫວຽດນາມໃນການຄວບຄຸມໂລກລະບາດໂຄວິດ - 19 ແມ່ນຍ້ອນມີການສົມທົບກັນຂອງຫຼາຍປັດໄຈທີ່ແຕກຕ່າງກັນ ຄື ສະຕິຄວາມຮັບຮູ້ຂອງປະຊາຊົນກ່ຽວກັບຜົນຮ້າຍອັນໃຫຍ່ຫຼວງຈາກບັນດາພະຍາດຕິດແປດກໍ່ຂຶ້ນ, ມີມາດຕະການຮັບມືວ່ອງໄວນັບແຕ່ຫົວທີຂອງລັດຖະບານຕໍ່ກັບສະພາບການຜັນແປຂອງໂລກລະບາດ, ຕະຫຼອດຮອດບັນດາມາດຕະການສະກັດກັ້ນ... ນັ້ນກໍແມ່ນຂໍ້ສັງເກດຂອງທ່ານ Guy Thwaites, ຜູ້ອໍານວຍການຫົວໜ່ວຍຄົ້ນຄວ້າເບື້ອງຕົ້ນຂອງ ມະຫາວິທະຍາໄລ Oxford ຢູ່ນະຄອນ ໂຮ່ຈີມິນ.
ທ່ານ Guy Thwaites ສະຫຼຸບວ່າ:ບັນດາປະສົບການທີ່ອຸດົມສົມບູນຂອງຫວຽດນາມໃນການຮັບມືກັບບັນດາພະຍາດຕິດແປດ ກໍໄດ້ຊ່ວຍໃຫ້ລັດຖະບານ ແລະ ປະຊາຊົນຫວຽດນາມ ກະກຽມຄວາມພ້ອມໄດ້ເປັນຢ່າງດີກວ່າໃນການຮັບມືກັບໂລກລະບາດໂຄວິດ - 19.