ວົງການນັກຊ່ຽວຊານ ຕີລາຄາການລົງທຶນຕ່າງປະເທດ ຢູ່ ຫວຽດນາມ ສືບຕໍ່ສົ່ງສັນຍານຢ່າງຕັ້ງໜ້າ
(VOVWORLD) -ເຖິງວ່າຕ້ອງປະເຊີນໜ້າກັບສິ່ງທ້າທາຍຈຳນວນໜຶ່ງຍ້ອນໂລກລະບາດໂຄວິດ - 19 ກໍຕາມ, ແຕ່ ຫວຽດນາມ ຍັງສືບຕໍ່ຮັບຮູ້ສັນຍານທີ່ເປັນໜ້າຊື່ນຊົມໃນການລົງທຶນຕ່າງປະເທດໃນປີ 2021. ນີ້ແມ່ນຂໍ້ສັງເກດລະບຸໃນບົດຂຽນ ທີ່ໄດ້ເອົາລົງໃນເວັບໄຊ Vietnam Briefing ຂອງ ບໍລິສັດ Dezan Shira & Associates - ບໍລິສັດໃຫ້ຄຳປຶກສາໂດຍສະເພາະກ່ຽວກັບການລົງທຶນຢູ່ ອາຊີ.
ບໍລິສັດຜະລິດເຈ້ຍ SCG ຂອງ ໄທ ຢູ່ ຫວຽດນາມ (ພາບ: TTXVN) |
ບົດຂຽນໄດ້ຄັດສະເໜີຕົວເລກສະຖິຕິຂອງກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໂດຍໃຫ້ຮູ້ວ່າ ປີ 2021, ຫວຽດນາມໄດ້ອອກໃບອະນຸຍາດໃຫ້ 1.738 ໂຄງການໃໝ່, ຫຼຸດລົງ 31,1% ເມື່ອທຽບໃສ່ປີ 2020, ແຕ່ຈຳນວນທຶນຈົດທະບຽນຂອງບັນດາໂຄງການໃໝ່ນີ້ ບັນລຸ 15,2 ຕື້ USD, ເພີ່ມຂຶ້ນ 4,1% ເມື່ອທຽບໃສ່ປີ 2020.
ເມື່ອເຕື້ອງເຖິງແງ່ຫວັງຂອງ ຫວຽດນາມ ໃນປີ 2022, ຜູ້ຂຽນໄດ້ໃຫ້ຂໍ້ສັງເກດວ່າ ຍ້ອນມີຄ່າແຮງງານທີ່ແກ້ງແຍ້ງ, ມີນະໂຍບາຍບຸລິມະສິດກ່ຽວກັບພາສີ, ອາກອນ ແລະ ການລົງທຶນ, ພ້ອມດ້ວຍທີ່ຕັ້ງພູມີຍຸດທະສາດ, ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາຈຸດນັດພົບກ່ຽວກັບຄວາມຕ້ອງການຜະລິດ ແລະ ການຕິດຕັ້ງປະກອບຂອງບັນດາບໍລິສັດນາໆຊາດ.