ວົງການນັກຮຽນຮູ້ເຢຍລະມັນຕຳນິຕິຕຽນຢ່າງແຮງຕໍ່ການກະທຳຂອງຈີນຢູ່ທະເລຕາເວັນອອກ
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
ພາບ:baotintuc.vn
|
(vovworld)- ຕອນຄ່ຳວັນທີ9/12, ກອງປະຊຸມສຳມະນາ “ການປະທະກັນຢູ່ທະເລຕາເວັນອອກ” ໄດ້ດຳເນີນໄປຢູ່ ສຳນັກງານຫນັງສືພິມ “Die Tageszeitung” ທີ່ ນະຄອນຫລວງ Berlin ປະເທດ ເຢຍລະມັນ. ກອງປະຊຸມສຳມະນາໂດຍທ່ານ ດຣ Gerhard Will, ອະດີດນັກວິຊາການຂັ້ນສູງ ສະຖາບັນວິທະຍາສາດ ແລະ ການເມືອງ ເຢຍລະມັນ ເປັນເຈົ້າພາບ ໄດ້ດຶງດູດການເຂົ້າຮ່ວມຂອງນັກຮຽນຮູ້, ນັກຄົ້ນຄ້ວາ, ນັກເຄື່ອນໄຫວສັງຄົມ ແລະ ນັກຮຽນນັກສຶກສາຂອງເຢຍລະມັນປະມານ 40 ຄົນ. ທີ່ກອງປະຊຸມສຳມະນາ, ດຣ Gerhard Will ຢືນຢັນວ່າ: ປະຊາຄົມໂລກ, ໃນນັ້ນ ມີເຢຍລະມັນ ລ້ວນແຕ່ມີຜົນປະໂຫຍດໃນການຮັກສາສະພາບແວດລ້ອມສັນຕິພາບ, ຮັບປະກັນການແລກປ່ຽນການຄ້າຜ່ານການເດີນທະເລ, ການບິນ ສຳລັບບັນດາເສັ້ນທາງຜ່ານທະເລຕາເວັນອອກ. ດຣ Gerhard Will ຖືວ່າ: ບັນດາການຜັນແປໃນໄລຍະມໍ່ໆມານີ້ຂອງຈີນຄື: ຈີນ ຍູ້ແຮງການເຄື່ອນໄຫວກໍ່ສ້າງເກາະຢ່າງຜິດກົດໝາຍຢູ່ ຮ່ວາງຊາ ແລະ ເຈື່ອງຊາແລະ ກ່ອນຫນ້ານັ້ນ ຈີນ ຕັ້ງຮ້ານເຈາະນ້ຳມັນ ໄຮ່ຢາງ 981 ຢ່າງຜິດກົດໝາຍຢູ່ເຂດເສດຖະເກິດຈຳເພາະຂອງຫວຽດນາມ ໄດ້ເຮັດໃຫ້ສະພາບການຢູ່ພາກພື້ນເພີ່ມຄວາມເຄັ່ງຕຶງຂຶ້ນຕື່ມຄືນໃຫມ່. ສ່ວນ ດຣ Andreas Seifert ຜູ້ຊ່ຽວຊານໄຈ້ແຍກການທະຫານ ຂຶ້ນກັບສະມາຄົມຄົ້ນຄ້ວາການທະຫານ Tuebingen ຂອງເຢຍລະມັນ ຖືວ່າ: ຄຳຮຽກສິດ ທາງ 9 ຕອນ ຂອງຈີນ ຢູ່ ທະເລຕາເວັນອອກແມ່ນໄຮ້ເຫດຜົນ ນັບທັງດ້ານກົດໝາຍ ແລະ ພູມສາດ.
ເມື່ອຕີລາຄາກ່ຽວກັບແງ່ຫວັງຂອງມາດຕະຖານໃຫ້ແກ່ບັນຫາທະເລຕາເວັນອອກ, ນັກຮຽນຮູ້ຫລາຍທ່ານ ຖືວ່າ: ຄວາມຄັດແຍ້ງຢູ່ທະເລຕາເວັນອອກ ພຽງແຕ່ແກ້ໄຂໂດຍສັນຕິວິທີ, ເຄົາລົບສົນທິສັນຍາສາກົນກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແລະ ປະຊາຄົມໂລກຄວນສືບຕໍ່ມີສຽງເວົ້າຢ່າງແຮງກວ່າໃນການແກ້ໄຂຄວາມຄັດແຍ້ງຢູ່ພາກພື້ນນີ້.