ວົງຄະນະຍາດສາກົນຕີລາຄາສູງບັນດາບາດກ້າວປະຕິຮູບຂອງມ້ຽນມາ


   ວົງຄະນະຍາດສາກົນຕີລາຄາສູງບັນດາບາດກ້າວປະຕິຮູບຂອງມ້ຽນມາ - ảnh 1

ປະທານາທິບໍດີມ້ຽນມາ Thein Seinພົບປະກັບລັດຖະມົນຕີການຕ່າງປະເທດອາເມລິກາHillary Clinton

                                                                          (ພາບ: Reuters)

       ວົງຄະນະ​ຍາດ​ສາກົນ​ຕີ​ລາຄາ​ສູງ​ບັນດາ​ບາດ​ກ້າວຂະຫຍາຍຕົວ​ຢ່າງ​ຕັ້ງໜ້າ ​ແລະ ​ແທດຈິງ ທີ່ພວມປະຕິບັດຢູ່ມ້ຽນມາ, ໂດຍສະເພາະແມ່ນເລື່ອງລັດຖະບານຂອງ ປະເທດນີ້ໃຫ້ຄຳໝັ້ນສັນຍາຍູ້ແຮງການປະຕິ​ຮູບ​ດ້ານ​ການ​ເມືອງ, ​ໄດ້​ອະ​ໄພຍະ​ໂທດ​ໃຫ້​ແກ່​ນັກ​ໂທດ​ນັບ​ພັນ​ຄົນ ​ແລະ ​ໄດ້​ເຊັນ​ສັນຍາ​ຢຸດຍິງ​ກັບ​ບັນດາ​ກຸມ​ປະກອບ ອາວຸດ​ຊົນ​ເຜົ່າ. ວັນ​ທີ 13 ມັງກອນ, ປະທານາທິບໍດີ​ອາ​ເມ​ລິ​ກາ ບາຣັກ​ໂອ​ບາ​ມາ ​ໄດ້​ຊົມ​ເຊີຍ​ມ້ຽນ​ມາ​ໄດ້ ອະ​ໄພຍະ​ໂທດ​ໃຫ້​ແກ່​ນັກ​ໂທດ​ນັບ​ພັນ​ຄົນ ​ແລະ ຖື​ວ່າ ນີ້​ແມ່ນ​ບາດກ້າວ​ທີ່​ສຳຄັນ, ພ້ອ​ມທັງ​ໝັ້ນ​ໝາຍວ່າ ອາ​ເມ​ລິ​ກາ ຈະ​ມີ​ການ​ກະທຳ​ໂດຍ​ເຈຕະນາ​ດີ​ກັບປະ​ເທດ​ນີ້. ທ່ານ​ໃຫ້​ຮູ້​ວ່າ ​ໄດ້​ສະ​ເໜີ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ແລະ ບັນດາ​ອົງການ​ໃນ​ອຳນາດ​ການ​ປົກຄອງ​ອາ​ເມ​ລິ​ກາ ຈົ່ງ​ມີ​ບັນດາ​ມາດ​ຕະການ​ຕື່ມ​ອີກ ​ເພື່ອ​ປັບ​ປຸ່ງ​ຄວາມເຊື່ອ​ໝັ້ນກັບ​ລັດຖະບານ ​ແລະ ປະຊາຊົນ ມ້ຽນ​ມາ ​ແນ​ໃສ່​ກຳ​ເອົາ​ກາລະ​ໂອກາດ​ແຫ່ງ​ປະຫວັດ​ສາດ ​ແລະ ​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ນີ້. ສ່ວນ​ທ່ານ Catherine Ashton ຜູ້​ຕ່າງ​ໜ້າ​ຂັ້ນ​ສູງ ຮັບຜິດຊອບ​ນະ​ໂຍບາຍ ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ພົວພັນ​ກັບ​ຕ່າງປະ​ເທ​ດຂອງ​ສະຫະພາບ​ເອີ​ລົບ ກໍ​ໄດ້​ຊົມ​ເຊີຍ ບັນດາ​ບາດກ້າວ​ເດີນ​ຂອງ ມ້ຽນ​ມາ ​ແນ​ໃສ່​ສ້າງ​ສະຖຽນ​ລະ​ພາບ, ຮັບປະກັນ​ສັນຕິພາບ​ແບບ​ຍື່ນ​ຍົງ ​ແລະ ສາມັກຄີ​ແຫ່ງ​ຊາດ​.
ຂ່າວ/ບົດ​ອື່ນ