ວົງເງິນການຄ້າຫວຽດນາມ-ອັງກິດເພີ່ມຂຶ້ນໃນ5ເດືອນຕົ້ນປີ
(ພາບປະກອບຈາກ Trần Việt/TTXVN)
(vovworld) – ໃນ 5 ເດືອນຕົ້ນປີ 2014, ຍອດວົງເງິນການຄ້າລະຫວ່າງ ຫວຽດນາມ - ອັງກິດ ບັນລຸກ່ວາ 2 ຕື້ USD, ເພີ່ມຂຶ້ນ 2 ລ້ານ USD ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເຖິງວ່າເພີ່ມຂຶ້ນບໍ່ຫຼາຍກໍ່ຕາມແຕ່ນີ້ແມ່ນສັນຍານເປັນໜ້າຊື່ນຊົມ. ໃນຈຳນວນສິນຄ້າປະເພດຕ່າງໆຂອງ ຫວຽດນາມ ທີ່ສົ່ງໄປຍັງອັງກິດ, ເຄື່ອງເຟີນີເຈີ, ເຄື່ອງຕຳ່ແຜ່ນຕັດຫຍິບ, ເກີບໜັງ, ຜະລິດຕະພັນຢາງ, ສິນໃນນ້ຳ ແລະ ໂທລະສັບມືຖືເຕີບໂຕກ່ວາໝູ່, ປະກອບສ່ວນຍົກສູງວົງເງິນການຄ້າ 2 ຝ່າຍ. ສ່ວນໝວດສິນຄ້າຕົ້ນຕໍທີ່ ຫວຽດນາມ ນຳເຂົ້າຈາກ ອັງກິດ ລວມມີ ຕົວບິນ ແລະ ກົນຈັກອຸປະກອນ, ຢຸກຢາ, ອຸປະກອນໂທລະສັບມືຖື ແລະ ອຸປະກອນອັດສຽງ, ອັດວີດີໂອ.