(vovworld) - ຕາມຕົວເລກຂອງອົງການການຄ້າ ຂຶ້ນກັບສະຖານທູດຫວຽດນາມ ປະຈຳລາຊະອານາຈັກ ອັງກິດ ແລະ ອາຍແລນເໜືອ ແລ້ວ:ໄລ່ຮອດເດືອນ 10/2012, ວົງເງິນການຄ້າ 2 ສົ້ນລະຫວ່າງຫວຽດນາມ ແລະ ອັງກິດ ບັນລຸກ່ວາ 2,2 ຕື້ປອນ (ປະມານ 3,6 ຕື້ USD), ເພີ່ມຂຶ້ນ 36% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນຍອດວົງເງິນດັ່ງກ່າວ, ການສົ່ງອອກສິນຄ້າຫວຽດນາມ ໄປຍັງອັງກິດ ບັນລຸເກືອບ 2 ຕື້ປອນ (ປະມານ 3,2 ຕື້ USD), ເພີ່ມຂຶ້ນ 44% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ບັນດາປະເພດສິນຄ້າຕົ້ນຕໍຂອງຫວຽດນາມລວມມີ: ເກີບໜັງ, ກາເຟ, ເຄື່ອງເຟີນີເຈີ, ເຄື່ອງຕຳ່ແຜ່ນຕັດຫຍິບ... ຕາມການຄາດຄະເນຂອງອົງການການຄ້າແລ້ວ, ຍອດວົງເງິນການຄ້າ 2 ຝ່າຍລະຫວ່າງຫວຽດນາມ ແລະ ອັງກິດ ສາມາດບັນລຸໄດ້ກ່ວາ 4 ຕື້ USD ໃນປີ 2012, ລື່ນກາຍຄາດໝາຍ 4 ຕື້ USD ເຊິ່ງ 2 ປະເທດໄດ້ວາງອອກໃນປີ 2013 ເມື່ອເຊັນສັນຍາການພົວພັນຄູ່ຮ່ວມມືຍຸດທະສາດໃນເດືອນ 9/2010. ທ່ານນາງ ຫງວຽນທິຮົ່ງຖູຍ (Nguyen Thi Hong Thuy), ທີ່ປຶກສາດ້ານການຄ້າສະຖານທູດຫວຽດນາມ ປະຈຳ ລາຊະອານາຈັກ ອັງກິດ ແລະ ອາຍແລນເໜືອ ໃຫ້ຮູ້ວ່າ: ຍ້ອນພື້ນຖານເສດຖະກິດ 2 ປະເທດມີຫຼາຍຈຸດທີ່ສາມາດຄ້ຳຈູນໃຫ້ແກ່ກັນ, ດັ່ງນັ້ນ ຖ້າຫາກບັນດາວິສາຫະກິດໂຄສະນາເຜີຍແຜ່ສິນຄ້າຫວຽດນາມ ຫຼາຍກ່ວາອີກ ວົງເງິນການຄ້າ 2 ຝ່າຍໃນປີ 2013 ຈະສືບຕໍ່ຮັກສາໄດ້ທ່າເຕີບໂຕ. ຕາມຕົວເລກຂອງກະຊວງອຸດສາຫະກຳ - ການຄ້າຫວຽດນາມ ແລ້ວ, ວົງເງິນການຄ້າຫວຽດນາມ - ອົງກິດ ບັນລຸໄດ້ກ່ວາ 3 ຕື້ USD ໃນປີ 2011.