(vovworld) – ສັນຍາການຄ້າເສລີ ອາຊີ - ເອີລົບ (EAEU) ມີຜົນສັກສິດນັບແຕ່ວັນທີ 12/10. ເພື່ອຍູ້ແຮງການສົ່ງອອກສິນຄ້າໄປຍັງຕະຫຼາດນີ້, ຕອນເຊົ້າວັນທີ 12/10, ຢູ່ນະຄອນ ໂຮ່ຈີມິນ, ກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຍູ້ແຮງການສົ່ງອອກສິນຄ້າໄປຍັງສະຫະພັນເສດຖະກິດ ອາຊີ - ເອີລົບ. ເພື່ອໃຫ້ວົງເງິນການຄ້າ 2 ສົ້ນລະຫວ່າງ ຫວຽດນາມ ແລະ ສະຫະພັນເສດຖະກິດ ອາຊີ - ເອີລົບ ບັນລຸ 10 ຕື້ USD ໃນປີ 2020, ກະຊວງອຸດສາຫະກຳ ການຄ້າພວມຍູ້ແຮງບັນດາການເຄື່ອນໄຫວໂຄສະນາ ແລະ ສົ່ງເສີມການຄ້າເພື່ອໃຫ້ວິສາຫະກິດພາຍໃນປະເທດໝູນໃຊ້ບັນດາທ່າແຮງຂອງສັນຍານີ້ໃນການສົ່ງອອກສິນຄ້າໄປຍັງຕະຫຼາດສະຫະພັນເສດຖະກິດ ອາຊີ - ເອີລົບ. ທີ່ກອງປະຊຸມໃນຕອນເຊົ້າວັນທີ 12/10, ກະຊວງອຸສາຫະກຳ - ການຄ້າ ໄດ້ໃຫ້ຂ່າວລະອຽດກ່ຽວກັບບັນດາຮົ້ວກີດຂວາງດ້ານເຕັກນິກຂອງຕະຫຼາດ ສະຫະພັນເສດຖະກິດ ອາຊີ - ເອີລົບ, ຫຼັກການຕົ້ນກຳເນີດສິນຄ້າ, ພາສີອາກອນ…