(vovworld)-ເນື່ອງໃນໂອກາດສະເຫລີມສະຫລອງ 70 ປີແຫ່ງວັນການປະຕິວັດເດືອນສິງຫາ, ໃນລາຍການສະຖານະການພິເສດຂອງວິທະຍຸກະຈາຍສຽງຫວຽດນາມ ອອກອາກາດໃນເວລາ 12 ໂມງ ຂອງວັນທີ 19/8, ທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ເຂົ້າຮ່ວມລາຍການໂອ້ລົມສົນທະນາ ດ້ວຍຫົວຂໍ້ວ່າ: ການປະຕິວັດເດືອນສິງຫາ ແລະ ບົດຮຽນມະຫາສາມັກຄີທົ່ວປວງຊົນທັງຊາດໃນໄລຍະປະຈຸບັນ”. ໃນລາຍການ, ທ່ານຫງວຽນທ້ຽນເຍີນ ໄດ້ແລກປ່ຽນຫລາຍເນື້ອໃນຄື: ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດໃນການປະຕິວັດເດືອນສິງຫາປີ 1945, ບັນດາປັດໄຈເຮັດໃຫ້ແນວໂຮມຫວຽດມີງ ເຕົ້າໂຮມປະຊາຊົນທຸກຊັ້ນວັນນະ. ທ່ານຫງວຽນທ້ຽນເຍີນ ຖືວ່າ: ການປະຕິວັດເດືອນສິງຫາ ສຳເລັດຜົນ ຍ້ອນມີກຳລັງແຮງມະຫາສາມັກຄີ ໂດຍພັກຊີ້ນຳນຳພາ ແລະ ກຳນົດທິດ. ທີສອງ ກຳລັງແຮງຂອງມະຫາສາມັກຄີ ໄດ້ຜ່ານຜ່າວິວັດການຝືກຊ້ອມແຕ່ປີ 1941 ເມື່ອແນວໂຮມຫວຽດມີງໄດ້ຮັບການສ້າງຕັ້ງຂຶ້ນ ແລະ ຮອດປີ 1945 ຈຶ່ງດຳເນີນການປະຕິວັດສຳເລັດຜົນ.