(vovworld) – ວັນທີ 3/9, ສະເຫຼີມສະຫຼອງວັນດົນຕີ ຫວຽດນາມ ຄັ້ງທີ 4, ມີການເຄື່ອນໄຫວສິລະປະຫຼາຍຢ່າງໄດ້ຮັບການຈັດຕັ້ງຂຶ້ນຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດ. ພິເສດແມ່ນລາຍການດົນຕີປະສານສຽງ “ປະເທດ ຫວຽດນາມ” ໄດ້ສະແດງບັນດາບົດດົນຕີອະມະຕະຂອງພື້ນຖານດົນຕີ ຫວຽດນາມ ໃນຕອນຄຳ່ວັນທີ 3/9, ຢູ່ ໂຮງລະຄອນໃຫຍ່, ຮ່າໂນ້ຍ. ກ່າວຄຳເຫັນທີ່ລາຍການດົນຕີປະສານສຽງ ຊົມເຊີຍວັນດົນຕີ ຫວຽດນາມ (3/9), ນັກປະພັນດົນຕີ ໂດ໋ຮົ່ງກວນ, ປະທານສະມາຄົມນັກປະພັນດົນຕີ ຫວຽດນາມ, ໃຫ້ຮູ້ວ່າ:
“ປີນີ້, ການເຄື່ອນໄຫວວັນດົນຕີ ຫວຽດນາມ ໄດ້ຮັບການຈັດຕັ້ງຂຶ້ນຢ່າງຟົດຟື້ນຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ. ສະເຫຼີມສະຫຼອງວັນດົນຕີ ຫວຽດນາມ ປີນີ້ຍິ່ງມີຄວາມໝາຍກ່ວາອີກເມື່ອວົງການວັນນະຄະດີສິລະປະທົ່ວປະເທດຫາກໍ່ສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງສະຫະພັນບັນດາສະມາຄົມວັນນະຄະດີ ຫວຽດນາມ ແລະ ສະຫລຸບ 15 ປີແຫ່ງວັນປະຕິບັດມະຕິສູນກາງພັກຊຸດທີ 8, ແລະ 5 ປີແຫ່ງການປະຕິບັດມະຕິເລກທີ 23 ຂອງກົມການເມືອງກ່ຽວກັບການສືບຕໍ່ສ້າງສາ ແລະ ພັດທະນາພື້ນຖານວັນນະຄະດີສິລະປະໃນໄລຍະໃໝ່”.