​ວັນ​ທີ 4 ພະ​ຈິກ, ຫວຽດ​ນາມ ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ​ໃໝ່​ຕື່ມ​ອີກ 4 ຄົນຊຶ່ງ​ມາຈາກ​ຕ່າງ​ປະ​ເທດ

(VOVWORLD) -  ຕາມຂໍ້ມູນຂ່າວສານຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ Covid – 19, ຕອນເຊົ້າວັນທີ 4 ພະຈິກ, ຫວຽດນາມ ຢັ້ງຢືນວ່າ ໄດ້ກວດພົບຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ 4 ຄົນ ຊຶ່ງເປັນຜູ້ເຂົ້າເມືອງມາຈາກຕ່າງປະເທດ ແລະ ໄດ້ຮັບການແຍກຕົວໃນທັນທີ.
​ວັນ​ທີ 4 ພະ​ຈິກ, ຫວຽດ​ນາມ ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ​ໃໝ່​ຕື່ມ​ອີກ 4 ຄົນຊຶ່ງ​ມາຈາກ​ຕ່າງ​ປະ​ເທດ - ảnh 1 ພາບປະກອບ: TTXVN

ມາຮອດປັດຈຸບັນ, ຜ່ານ 63 ມື້ແລ້ວທີ່ ຫວຽດນາມບໍ່ພົບຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ໃນຊຸມຊົນ. ໄລ່ຮອດຕອນບ່າຍວັນທີ 4 ພະຈິກ, ຫວຽດນາມໄດ້ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ - 19 ຫາຍດີ 1069/1206 ຄົນ, ໃນນັ້ນມີ 35 ຄົນເສຍຊີວິດ.

        ແລະໃນວັນທີ 3 ພະຈິກ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ຫວຽດນາມ, ອົງການຕາງໜ້າ ຫວຽດນາມ ປະຈຳ ມາເລເຊຍ ແລະ ບໍລິສັດການບິນ ຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງປະເທດປະຈຳຖິ່ນຈັດສົ່ງພົນລະເມືອງ ຫວຽດນາມ ເກືອບ 290 ຄົນຈາກມາເລເຊຍກັບຄືນປະເທດ ຢ່າງປອດໄພ. ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນ ເກິ່ນເທີ, ຜູ້ໂດຍສານໝົດທຸກຄົນໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ