ວັນທີ14/9ໄຂວາລະປະຊຸມເທື່ອທີ41,ຄະນະປະຈຳສະພາແຫ່ງຊາດ
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ກ່າວຄຳເຫັນໄຂ
ວາລະປະຊຸມເທື່ອທີ 39 ຄະນະປະຈຳສະພາແຫ່ງຊາດ
(ພາບ: NhanSang/TTXVN)
(vovworld) - ວາລະປະຊຸມເທື່ອທີ 41, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຊຸດທີ 13, ຄາດຄະເນວ່າ: ຈະໄຂຂຶ້ນໃນຕອນເຊົ້າວັນທີ 14/9 ແລະ ຈະດຳເນີນເຖິງວັນທີ 24/9, ຄະນະປະຈຳສະພາແຫ່ງຊາດ ສືບຕໍ່ໃຫ້ຄຳເຫັນກ່ຽວກັບຮ່າງປະມວນກົດໝາຍອາຍາ (ສະບັບປັບປຸງ); ກົດໝາຍວ່າດ້ວຍການຢາ (ສະບັບປັບປຸງ), ກົດໝາຍວ່າດ້ວຍແຜນຜັງ, ກົດໝາຍວ່າດ້ວຍສື່ມວນຊົນ (ສະບັບປັບປຸງ), ກົດໝາຍວ່າດ້ວຍພົນທະຫານອາຊີບ ແລະ ກຳມະກອນ, ພາລະກອນປ້ອງກັນຊາດ ແລະ ແຜນຮ່າງລັດຖະບັນຍັດບຳລຸງສ້າງບາງຖະນະຕຳແໜ່ງຍຸຕິທຳ; ການປະກາດໃຊ້ດຳລັດກ່ຽວກັບການຄຸ້ມຄອງພາຫະນະອຸປະກອບການແພດ…
ຄະນະປະຈຳສະພາແຫ່ງຊາດ ກໍ່ໃຫ້ຄຳເຫັນກ່ຽວກັບການປະຕິບັດບັນດາມະຕິຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການເຄື່ອນໄຫວຕິດຕາມກວດກາຫົວເລື່ອງສະເພາະ, ການເຄື່ອນໄຫວຊັກຖາມແຕ່ຕົ້ນອາຍຸການຊຸດທີ 13 ເຖິງປີ 2015; ຮ່າງບົດລາຍງານຂອງສະພາປະຊາຊົນທຸກຂັ້ນອາຍຸການ 2011-2016 ແລະ ບາງບັນຫາສຳຄັນອື່ນໆ.