ວັນບຸນຄອບຄົວຫວຽດນາມປີ2016

ວັນບຸນຄອບຄົວຫວຽດນາມປີ2016 - ảnh 1
(ພາບ​ປະ​ກອບ: kinhtedothi)

(vovworld) - ​ໃນ​ລະ​ຫວ່າງວັນ​ທີ 25 – 28/06, ຢູ່​ສູນ​ວາງ​ສະ​ແດງວັດ​ທະ​ນະ​ທຳ - ສິ​ລະ​ປະ​ຫວຽດ​ນາມ, ທີ່​ຮ່າ​ໂນ້ຍ ຈະ​ຈັດ​ວັນ​ບຸນ​ຄອບ​ຄົວ​ຫວຽດ​ນາມ ປີ 2016. ວັນ​ບຸນ​ຄອບ​ຄົວ​ຫວຽດ​ນາມ ປີ 2016 ​​​ກົງ​ກັບ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 15 ປີ​ແຫ່ງວັນ​ຄອບ​ຄົວ​ຫວຽດ​ນາມ (28/06/2001 – 28/06/2016). ວັນ​ບຸນ​ຄອບ​ຄົວ​ປີນີ້ຈະ​ສຸມ​ໃສ່​ບັນ​ດາ​ຫົວ​ຂໍ້​ຄື: ສົ່ງ​ເສີມ​ສຸ​ຂະ​ພາບ​ຄອບ​ຄົວ ແລະ ທັກ​ສະ​ໃນ​ການ​ດຳ​ລົງ​ຊີ​ວິດ, ​ຈັດງານ​ວາງ​ສະ​ແດງ​ກ່ຽວ​ກັບ​ຄອບ​ຄົວ, ກອງ​ປະ​ຊຸມ​ສຳ​ມະ​ນາ ແລະ ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ສິ​ລະ​ປະ. ທ່ານ ບຸ່ຍກວາງ​ຟຸ່ງ, ຮອງ​ຫົວ​ໜ້າ​ສູນ​ວາງ​ສະ​ແດງວັດ​ທະ​ນະ​ທຳ​ສິ​ລະ​ປະ​ຫວຽດ​ນາມ ໃຫ້​ຮູ້​ວ່າ.

        “ໃນ​​ບໍ​ລິ​ເວນ​ຕົ້ນ​ຕໍ່​ຂອງ​ສູ​ນ​ວາງ​ສະ​ແດງວັດ​ທະ​ນະ​ທຳ ສິ​ລະ​ປະ​ຫວຽດ​ນາມ, ພວກ​ຂ້າ​ພະ​ເຈົ້າ​ຈະ​ຈັດ​ງານ​ວາງ​ສະ​ແດງ “ຄອບ​ຄົວ​ແຫ່ງ​ຄວາມ​ຜາ​ສຸກ”, ​ແນະ​ນຳພາບ​ຖ່າຍ 100 ແຜ່ນ​ທີ່ແບ່ງ​ປັນ​ຄວາມ​ຮັກ​ແພງ​ຂອ​ງ​ບັນ​ດາ​ຄອບ​ຄົວ​ຊາວ​ຫວຽດ​ນາມ. ຫໍ​ພິ​ພິດ​ຕະ​ພັນ​ແຫ່ງ​ຊາດ​ກໍ​ວາ​ງ​ສະ​ແດງ​ປື້ມ ແລະ ສ້າງ​ບັນ​ດາ​ຮູບ​ຈຳ​ລອ​ງ​ເຮືອນ​ດ້ວຍ​ປື້ມ. ພິ​ເສດ, ພວກ​ຂ້າ​ພະ​ເຈົ້າ​ຈະ​ສ້າງ ຮູບ​ຈຳ​ລອ​ງ “ຫົວ​ໃຈ​ແຫ່ງ​ຄວາມ​ຮັກ” ທີ​ສູງ 3,5ມ, ໃນ​ນັ້ນ​ໄດ້​ຕິດ​ພາບ​ຖ່າຍ​ກ່ຽວ​ກັບ​ຄອບ​ຄົວ, ຄວາມ​ຮັກ​ແພງ​ໃນ​ຄອບ​ຄົວ​ນັບ​ພັນແຜ່ນ”.

ຂ່າວ/ບົດ​ອື່ນ