ວັນບຸນຄອບຄົວໜຸ່ມ ແລະ ຍ້ອງຍໍຄອບ ຄົວໜຸ່ມ ດີເດັ່ນ ປີ 2013

ວັນບຸນຄອບຄົວໜຸ່ມ ແລະ ຍ້ອງຍໍຄອບ ຄົວໜຸ່ມ ດີເດັ່ນ ປີ 2013 - ảnh 1
ພາບປະກອບ

(vovworld) - ​​ຕອນ​ເຊົ້າ​ວັນ​ທີ 30/6, ສະຫະພັນ​ຊາວ​ໜຸ່ມ ຫວຽດນາມ ນະຄອນ ​ໂຮ່ຈີ​ມິນ ສົມທົບ​ກັບ​ສູນ​ໜູນ​ຊ່ວຍ​ຊາວ​ໜຸ່ມ​ກຳ​ມະ​ກອນ ຈັດ​ຕັ້ງວັນ​ບຸນ​ຄອບຄົວ​ໜຸ່ມ ​ແລະ ຍ້ອງ​ຍໍ​ຊົມ​ເຊີຍຄອບ​ຄົວ​ໜຸ່ມ​ທີ່​ດີ​ເດັ່ນ​ປີ 2013. ອ້າຍ ​​ເຢືອງງອກ​ຕ໋ວນ, ຮອງ​ປະທານ​ສະຫະພັນ​ຊາວ​ໜຸ່ມ ຫວຽດນາມ ນະຄອນ ​ໂຮ່ຈີ​ມິນ, ​ໃຫ້​ຮູ້​ວ່າ:

“ວັນ​ບຸນ​ໄດ້​ຮັບ​ການຈັດ​ຕັ້ງ​​ແນ​ໃສ່ສ້າງ​​ໂອກາດ​ເພື່ອພົບ​ປະ​ແລກປ່ຽນ​ກ່ຽວ​ກັບ​ຄວາມ​ສຸກ​ໃນຄອບຄົວ ​ໃຫ້​ບັນດາ​​ຄອບຄົວ​ຊາວ​ໜຸ່ມ​ກຳມະກອນ​ຢູ່​​ເຂດ​ຊຸມ​ຊົນ, ເຂດ​ອຸດສາຫະກຳ​ໃນ​ນະຄອນ ​ແລະ ບັນ​ດາ​ຄອບຄົວ​ພະນັກງານ​ຊາວ​ໜຸ່ມ - ພະນັກງານສະມາຄົມ​ຊາວໜຸ່ມ​ທີ່​ດີ​ເດັ່ນ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ຄອບຄົວ​ພ້ອມ​ກັນ​ໃຫ້​ຄຳ​ປຶກສາ, ສຶກສາ ກ່ຽວ​ກັບ​ວິທີ - ລ້ຽງ​ລູກ​ທີ່​ດີ, ວິທີ​ແຕ່ງກິນ​ທີ່ມີ​ທາດ​ບຳລຸງ​ໃຫ້​ແກ່​ຄອບຄົວ”

54 ຄອບຄົວ​ຊາວໜຸ່ມ​ກຳມະກອນ, ຄອບຄົວ​ພະນັກງານ​ສະມາຄົມ​ຊາວໜຸ່ມ​ທີ່​ດີ່​ເດັ່ນ​ໃນ​ການ​ອອກ​ແຮງ​ງານ​ທຳ​ການ​ຜະລິດ, ​ເຄື່ອນ​ໄຫວ​ວຽກ​ງານ​ຊາວ​ໜຸ່ມ - ສະມາຄົມຊາວ​ໜຸ່ມ, ​ລ້ຽງ​ດູລູກ ​ແລະ ສ້າງ​ຄວາມສຸກ​ໃຫ້ຄອບຄົວ​ໄດ້ຮັບ​ການ​ເຊີດຊູ​​ໃນ​ວັນ​ບຸນ​ນີ້.

ຂ່າວ/ບົດ​ອື່ນ