ວັນບຸນບາລູນສາກົນ
(ພາບ: TTXVN)
(vovworld)- ໃນວັນທີ 4/5, ຢູ່ສະໜາມຮ່າມງີ, ນະຄອນເຫ້ວ ໄດ້ຈັດວັນບຸນບາລູນສາກົນ-Festival ເຫວ 2016. ເຂົ້າຮ່ວມງານບຸນມີ 9 ປະເທດ, ເປັນສັນຍາລັກໃຫ້ Festival ເຫວ ຄັ້ງທີ 9 - ປີ2016, ປະກອບມີ ໄທ, ມາເລເຊຍ, ຟີລີບປີນ, ສ.ເກົາຫຼີ, ຢີປຸ່ນ, ໂຮນລັງ, ອີນເດຍ, ອັງກິດ ແລະ ຫວຽດນາມ. ວັນງານບຸນບາລູນສາກົນ- Festival ເຫວ 2016 ດຳເນີນໃນ 2 ວັນ, ແຕ່ວັນທີ 4 ແລະ 5/5 ດ້ວຍການເຄື່ອນໄຫວທີ່ດຶງດູດຫຼາຍຢ່າງ.
ວັນບຸນບາລູນສາກົນ- Festival ເຫ້ວ 2016 ບໍ່ພຽງແຕ່ແມ່ນການເຄື່ອນໄຫວທາງດ້ານກິລາເທົ່ານັ້ນ ແຕ່ຍັງແມ່ນຜະລິດຕະພັນວັດທະນະທຳ ແລະ ທ່ອງທ່ຽວ ໃນຍຸກສະໄໝເຊື່ອມໂຍງເຂົ້າກັບສາກົນອີກດ້ວຍ.