ວັນບຸນວັດທະນະທຳສີລັງກາຢູ່ຮ່າໂນ້ຍ

(VOVWORLD) -ວັນບຸນວັດທະນະທຳສີລັງກາ ຢູ່ຮ່າໂນ້ຍ ຈະດຳເນີນໃນວັນທີ 27 – 29 ເມສາ, ຢູ່ຫໍພິພິຕະພັນແມ່ຍິງຫວຽດນາມ, ເຮືອນເລກທີ 36 ຖະໜົນ ລິ໋ເທື່ອງກຽດ, ຮ່າໂນ້ຍ.

ວັນບຸນວັດທະນະທຳສີລັງກາ ຢູ່ຮ່າໂນ້ຍ ໄດ້ຮັບການຈັດຕັ້ງ ກົງກັບໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນຊາດສີລັງກາ (04 ກຸມພາ 1948 – 04 ກຸມພາ 2018) ແລະ 48 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ສີລັງກາ (1970 - 2018). ນີ້ເປັນຄັ້ງທຳອິດທີ່ວັນບຸນສີລັງກາ ໄດ້ຮັບການຈັດຕັ້ງຢູ່ຮ່າໂນ້ຍ, ຈະແມ່ນຂົວເຊື່ອມຕໍ່ນຳວິສາຫະກິດຂະໜາດນ້ອຍ ແລະ ກາງຂອງ 2 ປະເທດພົບປະກັນ.

      ວັນບຸນວັດທະນະທຳສີລັງກາ ຢູ່ຮ່າໂນ້ຍ ລວມມີບັນດາການເຄື່ອນໄຫວທີ່ອຸດົມສົມບູນຄື: ງານວາງສະແດງພາບຖ່າຍກ່ຽວກັບການພົວພັນ 2 ຝ່າຍຫວຽດນາມ - ສີລັງກາ; ອາຫານການກິນຂອງສີລັງກາ; ບັນດາຜະລິດຕະພັນທີ່ເປັນມູນເຊື້ອຂອງສີລັງກາ… ນອກນັ້ນ, ຍັງມີຮ້ານວາງສະແດງຂອງສະຫະສະມາຄົມບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍຂອງຮ່າໂນ້ຍ ເຂົ້າຮ່ວມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ