ວັນບຸນວັດທະນະທຳ ຫວຽດນາມຢູ່ສ.ເຊັກໂກ
(ພາບ: ອິນເຕີແນັດ)
(vovworld) – ວັນທີ 7/11, ວັນບຸນວັດທະນະທຳ ຫວຽດນາມ ໄດ້ຈັດຕັ້ງຢູ່ນະຄອນ Teplice, ແຂວງ Usti Nad Labem, ສາທາລະນະລັດ ເຊັກໂກ ເພື່ອແນໃສ່ແນະນຳ ແລະ ໂຄສະນາສີສັນວັດທະນະທຳ, ອາຫານການກິນຂອງ ຫວຽດນາມ. ນະທີ່ນີ້, ບັນດານັກສິິລະປິນສະໝັກຫຼິ້ນໃນຊຸດອາພອນພື້ນເມືອງ ໄດ້ສະແດງລາຍການວັດທະນະທຳສິລະປະ ທີ່ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ, ດຶງດູດການເຂົ້າຮ່ວມຂອງຜູ້ຊົມນັບຮ້ອຍຄົນ. ວັນບຸນກໍແນະນຳວັດທະນະທຳອາຫານການກິນຂອງ ຫວຽດນາມ ເຖິງຊາວ ເຊັກໂກ. ທ່ານຟານດັງແອງ ຮອງປະທານສະມາຄົມຊາວ ຫວຽດນາມ ອາໄສຢູ່ແຂວງ Usti Nad Labem ໃຫ້ຮູ້ວ່າ:
“ປະຊາຄົມຊາວ ຫວຽດນາມ ຢູ່ ເຊັກໂກ ແມ່ນຊົນເຜົ່າສ່ວນໜ້ອຍຂອງປະເທດນີ້, ສະນັ້ນ ເລື່ອງຈັດຕັ້ງວັນບຸນວັດທະນະທຳ ຫວຽດນາມ ຢູ່ ສ.ເຊັກໂກ ມີຄວາມໝາຍສຳຄັນໃຫຍ່ຫລວງ ເພາະວ່າ ຊາວ ຫວຽດນາມ ອາໄສຢູ່ທີ່ນີ້ ບໍ່ພຽງແຕ່ດຳລົງຊີວິດ ແລະ ທຳມາຫາກິນເທົ່ານັ້ນ ຫາກການເຊື່ອມໂຍງ, ໂດຍສະເພາະ ແມ່ນການພົວພັນແລກປ່ຽນດ້ານວັດທະນະທຳ ກໍແມ່ນສິ່ງສຳຄັນອີກດ້ວຍ. ຂ້າພະເຈົ້າ ຄິດວ່າ ນີ້ແມ່ນ ເຄື່ອງມືເຊື່ອມໂຍງຢ່າງແຮງໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ເຊັກໂກ ເວົ້າສະເພາະ”
ແລະກໍໃນວັນດຽວກັນ, ສະຖານທູດ ຫວຽດນາມ ປະຈຳ ສາທາລະນະລັດ ເຊັກໂກ ເຂົ້າຮ່ວມວັນບຸນການກິນດື່ມ ອາຊຽນ ຢູ່ Praha, ເພື່ອແນໃສ່ແນະນຳບັນດາເຍື່ອງອາຫານພື້ນເມືອງຂອງ ຫວຽດນາມ ຢູ່ປະຊາຄົມບັນດາເຜົ່າ ສ.ເຊັກໂກ.