ວັນບຸນແລກປ່ຽນພາສາຢູ່ ດ່າໜັງ ມີຄວາມຟົດຟື້ນ
ວັນບຸນແລກປ່ຽນພາສາຢູ່ ດ່າໜັງ ມີຄວາມຟົດຟື້ນ
(ພາບ: doancuong)
(vovworld) - ໃນລະຫວ່າງວັນທີ 21 – 22/01, ພະແນກສຶກສາ ແລະ ບຳລຸງສ້າງນະຄອນ ດ່າໜັງ ໄດ້ຈັດຕັ້ງວັນບຸນພົບປະແລກປ່ຽນພາສາຄັ້ງທີ 1 ປີ 2017. ມີພະນັກງານ, ຄູອາຈານ, ນັກຮຽນ, ນັກສຶກສາເປັນຈຳນວນຫລວງຫລາຍເຊິ່ງມາຈາກບັນດາໂຮງຮຽນ ແລະ ສູນບຳລຸງສ້າງ, ສູນຝຶກອົບຮົມພາສາກ່ວາ 20 ແຫ່ງໃນບໍລິເວນນະຄອນ ດ່າໜັງ . ໃນຂອບເຂດວັນບຸນ ມີບັນດາການເຄື່ອນໄຫວຟົດຟື້ນຄື: ການແຂ່ງຂັນເຕັ້ນລຳ, ແຂ່ງຂັນຊອກຫາຄວາມເກັ່ງກ້າສາມາດດ້ານພາສາ, ແຂ່ງຂັນບັນລະຍາຍກ່ຽວກັບບັນດາພື້ນຖານເສດຖະກິດຂອງປະເທດ ເປັນສະມາຊິກເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC), ແຂ່ງຂັນສິລະປະ ແລະ ຮ້ານວາງສະແດງ. ບັນດານັກຮຽນ ຫວຽດນາມ ເຂົ້າຮ່ວມວັນບຸນໄດ້ພົບປະແລກປ່ຽນ, ສະແດງບັນດາບົດເພງດ້ວຍພາສາ ອັງກິດ, ຝະລັ່ງ, ສ.ເກົາຫຼີ, ຍີ່ປຸ່ນ…ພວກນັກຮຽນຕ່າງປະເທດກໍ່ສະແດງດ້ວຍພາສາ ຫວຽດນາມ. ຄຽງຂ້າງນັ້ນທີ່ ວັນບຸນ ຍັງມີຫລາຍການເຄື່ອນໄຫວຄື ງານວາງສະແດງແນະນຳປື້ມອ່ານ; ໃຫ້ຄຳປຶກສາແກ່ຜູ້ມີຄວາມຕ້ອງການຢາກຮຽນພາສາຕ່າງປະເທດ.