ວັນບຸນ “ສີສັນລະດູບານໃໝ່ໃນທຸກແຖບຖິ່ນຂອງປະເທດຊາດ” ລະດູບານໃໝ່ປີກຸນ 2019

(VOVWORLD) - ວັນບຸນ “ສີສັນລະດູບານໃໝ່ໃນທຸກແຖບຖິ່ນຂອງປະເທດຊາດ” ລະດູບານໃໝ່ປີກຸນ 2019 ຈະດຳເນີນໃນລະຫວ່າງວັນທີ 12 – 13 ກຸມພາ (ກົງກັບວັນທີ 08 – 09 ບຸນເຕັດ ໄລ່ຕາມຈັນທະປະຕິທິນ) ຢູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າຫວຽດນາມ,  ທີ່ເຊີນໄຕ, ຮ່າໂນ້ຍ.

ວັນບຸນຈະດຳເນີນບັນດາການເຄື່ອນໄຫວຊົມເຊີຍພັກ, ຊົມເຊີຍລະດູບານໃໝ່ ເພື່ອເຊີດຊູສີສັນວັດທະນະທຳບັນດາເຜົ່າຫວຽດນາມ, ເສີມຂະຫຍາຍກຳລັງແຮງພາຍໃນຂອງບັນດາເຈົ້າຂອງວັດທະນະທຳ ແລະ ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ “ຊາຍຄາລວມ” ຂອງປະຊາຄົມ 54 ຊົນເຜົ່າຫວຽດນາມ, ນຳມາເຊິ່ງສີສັນບຸນເຕັດໃຫ້ແກ່ນັກທ່ອງທ່ຽວຍາມຕົ້ນປີໃໝ່.

        ວັນບຸນ “ສີສັນລະດູບານໃໝ່ໃນທຸກແຖບຖິ່ນຂອງປະເທດຊາດ” ປີນີ້ໂດຍມີການເຂົ້າຮ່ວມຂອງປະຊາຊົນ 200 ຄົນ ຂຶ້ນກັບ 25 ປະຊາຄົມຊົນເຜົ່າ ທີ່ມາຈາກ 17 ແຂວງ ທີ່ຕາງໜ້າໃຫ້ແກ່ບັນດາຊົນເຜົ່າ ແລະ ເຂດພາກຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ