ວັນປື້ມຫວຽດນາມ ເຊີດຊູວັດທະນະທຳ ການອ່ານ
(ພາບປະກອບ)
(vovworld) - ການເຄື່ອນໄຫວເປີດສາກໃຫ້ວັນປື້ມຫວຽດນາມ (21/04) ແມ່ນພິທີປະກາດຂໍ້ຕົກລົງຂອງນາຍົກລັດຖະມົນຕີກ່ຽວກັບວັນປື້ມຫວຽດນາມ, ເຊິ່ງຈັດຂຶ້ນເມື່ອວັນທີ 19/04, ຢູ່ຮ່າໂນ້ຍ.
ຢູ່ຮ່າໂນ້ຍ, ບັນດາການເຄື່ອນໄຫວຕົ້ນຕໍ່ຖືກດຳເນີນໄປໃນວັນປື້ມຫວຽດນາມ ເຊິ່ງລວມມີ: ຈັດຕັ້ງຖະໜົມປື້ມ, ການພົບປະແລກປ່ຽນ, ໂອ້ສົມສົນທະນາ, ແຂ່ງຂັນແຕ້ມຮູບ.... ທີ່ການປະຊຸມຂ່າວໃນຕອນເຊົ້າວັນທີ 11/04, ທ່ານ ຈູວັນຮ່ວາ, ຫົວໜ້າກົມພິມຈຳໜ່າຍ, ການພິມ ແລະ ຈຳໜ່າຍ, ຫົວໜ້າຄະນະຈັດຕັ້ງວັນປື້ມຫວຽດນາມ ຢືນຢັນວ່າ, ວັນປື້ມຫວຽດນາມ ຈະກາຍເປັນມູນເຊື້ອ, ເຊີດຊູວັດທະນະທຳການອ່ານ, ສ້າງຄວາມລື້ງເຄີຍອ່ານປື້ມໃນປະຊາຄົມ:
“ໝາກຜົນສຸດທ້າຍເຊິ່ງພວກເຮົາຢາກບັນລຸໄດ້ນັ້ນແມ່ນ ໃຜໆກໍ່ມັກອ່ານປື້ມ ແລະ ຖືນັ້ນແມ່ນກຳລັງພັດທະນາຂອງຄັງຄົມ. ເພື່ອໃຫ້ມີວັນນັ້ນ, ພວກເຮົາຕ້ອງມີບັນດາການເຄື່ອນໄຫວສ້າງຄວາມລື້ງເຄີຍອ່ານປື້ມໃນປະຊາຄົມ. ສະນັ້ນ, ນີ້ແມ່ນວັນຂອງທົ່ວປວງຊົນ ແລະ ຖ້າຫາກພວກເຮົາກໍ່ສ້າງ ແລະ ຈັດຕັ້ງເປັນຢ່າງດີນັ້ນກໍ່ຈະກາຍເປັນວັນທີ່ເປັນມູນເຊື້ອຂອງຊາດ, ຢັ້ງຢືນເນື້ອແທ້ຂອງຊາດຫວຽດນາມ ເຊິ່ງແມ່ນຊາດໜື່ງທີ່ມັກຮໍ່າມັກຮຽນ, ຍາມໃດກໍ່ມຸ່ງໄປສູ່ທາງໜ້າ”.
ບັນດາການເຄື່ອນໄຫວເນື່ອງໃນໂອກາດວັນປື້ມຫວຽດນາມ ຈະຖືກດຳເນີນໄປໃນລະຫວ່າງວັນທີ 19 – 23/04.