ການປະຊຸມຂ່າວວັນວັດທະນະທຳພຸດທະສາສະໜາ ອິນເດຍ ຢູ່ ຫວຽດນາມຄັ້ງທີ 2 ປີ 2017
(ພາບ: ແອ໋ງຮ່ວຽນ)
|
(vovworld) – ວັນວັດທະນະທຳພຸດທະສາສະໜາ ອິນເດຍ ຢູ່ ຫວຽດນາມຄັ້ງທີ 2 ປີ 2017, ເຊິ່ງແມ່ນເຫດການພົວພັນວັດທະນະທຳຕ່າງປະເທດ ມີຄວາມໝາຍພິເສດລະຫວ່າງ ຫວຽດນາມ ແລະ ອິນເດຍ ຈະດຳເນີນຢູ່ ທາດໃຫຍ່ Mandala ໄຕທຽນ, ວັດ ທຽນເອີນ, ຕາແສງ ດ້າຍດິ່ງ, ເມືອງ ຕາມດ໋າວ, ແຂວງ ຫວີງຟຸກ, ແຕ່ວັນທີ 16 – 19/3. ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດບັນດາການເຄື່ອນໄຫວມິດຕະພາບປະຊາຊົນປີ 2017, ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິນເດຍ (7/1/1972 – 7/1/2017) ແລະ 10 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ (2007 – 2017). ທີ່ການປະຊຸມຂ່າວທີ່ດຳເນີນໃນວັນທີ 13/3, ພະອາຈານໃຫຍ່ ທິກດຶກທ້ຽນ, ເລຂາທິການໃຫຍ່ສະມາຄົມພຸດທະສາສະໜາ ຫວຽດນາມ ໃຫ້ຮູ້ວ່າ: ໃນຂອບເຂດຂອງເຫດການ ຈະມີຫຼາຍພິທີກຳພຸດທະສາສະໜາພິເສດໂດຍບັນດາຝ່າຍ ອິນເດຍ ປະຕິບັດ. ນອກຈາກບັນດາພິທີກຳພຸດທະສາສະໜາແລ້ວ ຍັງໄດ້ດຳເນີນພິທີກຳໃຫຍ່ອື່ນອີກໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ, ຄາດວ່າຈະມີພະສົງສຳມະເນນ, ພຸດທະສາສະນິກກະຊົນແຕ່ 5.000 – 7.000 ຄົນເຂົ້າຮ່ວມ.