ວັນອົບພະຍົບສາກົນ: ສະຫະປະຊາຊາດຮຽກຮ້ອງການຮ່ວມມືຄຸ້ມຄອງກະແສຊາວອົບພະຍົບ

(VOVWORLD) -ເນື່ອງໃນໂອກາດວັນອົບພະຍົບສາກົນ (18 ທັນວາ), ສະຫະປະຊາຊາດໄດ້ຮຽກຮ້ອງບັນດາປະເທດພ້ອມກັນຮ່ວມມືໃນການຄຸ້ມຄອງກະແສຊາວອົບພະຍົບ ເພື່ອແນໃສ່ຮັບປະກັນບັນດາຜົນປະໂຫຍດທີ່ໄດ້ຮັບມາຈາກການເຄື່ອນໄຫວດັ່ງກ່າວຖືກຈັດແບ່ງຢ່າງສະໝ່ຳສະເໝີ
ວັນອົບພະຍົບສາກົນ: ສະຫະປະຊາຊາດຮຽກຮ້ອງການຮ່ວມມືຄຸ້ມຄອງກະແສຊາວອົບພະຍົບ - ảnh 1 (ພາບປະກອບ: AP)

ແລະ ສິດທິຂອງບັນດາຜູ້ທີ່ກ່ຽວຂ້ອງລ້ວນແຕ່ໄດ້ຮັບການປົກປ້ອງ ຄືດັ່ງໄດ້ຮັບຮອງເອົາໃນໂຄງການດຳເນີນງານພັດທະນາແບບຍືນຍົງ 2030.

        ໃນສານເນື່ອງໃນໂອກາດສະເຫຼີມສະຫຼອງວັນອົບພະຍົບສາກົນ ເຊິ່ງໄດ້ຮັບການຈັດຕັ້ງໃນວັນທີ 18 ທັນວາ ປະຈຳປີ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ເນັ້ນໜັກວ່າ, ມີຫຼັກຖານຫຼາຍຢ່າງສະແດງໃຫ້ເຫັນວ່າ, ບັນດາຊາວອົບພະຍົບໄດ້ນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດ, ສັງຄົມ ແລະ ວັດທິນະທຳໃຫ້ທຸກໆສັງຄົມໃນໂລກ. ເຖິງຢ່າງໃດກໍ່ຕາມ, ທ່າທີທີ່ເປັນປໍລະປັກກັບຊາວອົບພະຍົບພັດເພີ່ມຂຶ້ນນັບມື້ນັບຫຼາຍໃນທົ່ວໂລກ. ສະນັ້ນ, ທ່ານຖືວ່າ, ຄວາມສາມັກຄີກັບຊາວອົບພະຍົບແມ່ນສິ່ງທີ່ຮີບດ່ວນຍິ່ງກວ່າເວລາໃດໝົດ.

        ສ່ວນທ່ານຜູ້ອຳນວຍການໃຫຍ່ອົງການອົບພະຍົບສາກົນ William Lacy Swing ໄດ້ຍົກອອກຄຳຮຽກຮ້ອງດ່ວນກ່ຽວກັບການອົບພະຍົບຢ່າງປອດໄພໃນໂລກພວມເຄື່ອນເໜັງ ແລະ ນີ້ກໍ່ແມ່ນຫົວຂໍ້ຂອງວັນອົບພະຍົບສາກົນ 2017.

ຕອບກັບ

ຂ່າວ/ບົດ​ອື່ນ