ທ່ານປະທານປະເທດເຈືອງເຕີ໋ນຊາງ ພົບປະຄະນະຜູ້ແທນດີເດັ່ນ
ວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ
(ພາບ: TTXVN)
(vovworld) - ວັນທີ 12/01, ທີ່ການພົບປະສັງສັນກັບຄະນະຜູ້ແທນດີເດັ່ນທີ່ຕາງໜ້າໃຫ້ ສະມາຊິກສະຫະສະມາຄົມວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ຫວຽດນາມ ກ່ວາ62 ພັນຄົນ, ເນື່ອງໃນໂອກາດຕົ້ນປີໃໝ່, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ ຕີລາຄາສູງບັນດາການປະກອບສ່ວນສຳຄັນຂອງສະຫະສະມາຄົມໃນໄລຍະຜ່ານມາ, ທ່ານປະທານປະເທດສະເໜີວ່າ: ອົງການຈັດຕັ້ງຂອງວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍຄວນຍູ້ແຮງບັນດາການເຄື່ອນໄຫວ ເພື່ອໜູນຊ່ວຍນັກທຸກລະກິດຍົກສູງລະດັບຄວາມຮູ້ກ່ຽວກັບການເຊື່ອມໂຍງດ້ານເສດຖະກິດການຕະຫລາດ, ຊ່ວຍໃຫ້ວິສາຫະກິດແກ້ໄຂຄວາມຫຍຸງຍາກໃນລະບຽບການບໍລິຫານ, ສົ່ງເສີມການຄ້າ, ຍູ້ແຮງການເປີດກ້ວາງຕະຫລາດ, ການຈຳໜ່າຍຜະລິດຕະພັນ. ທ່ານປະທານປະເທດປາດຖະໜາວ່າ: ໃນໄລຍະຈະມາເຖິງ, ປະຊາຄົມວິສາຫະກິດສູ້ຊົນ, ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ໜູນຊ່ວຍກັນບືນຕົວຂຶ້ນ, ນັບມື້ນັບພັດທະນາທັງດ້ານປະລິມານ ແລະ ຄຸນນະພາບ. ສະຫະສະມາຄົມຄວມນເອົາໃຈໃສ່ເປັນພິເສດເຖິງການເຊື່ອມຕໍ່ກັບບັນດາກະຊວງ, ຂະແໜງການ, ຄູ່ຮ່ວມມືພາຍໃນປະເທດ ແລະ ຕ່າງປະເທດ, ຊ່ວຍໃຫ້ບັນດາວິສາຫະກິດບັນລຸໄດ້ຜົນງານຫລາຍກ່ວາອີກ, ຊຸກຍູ້ການເຄື່ອນໄຫວ ເພື່ອແນໃສ່ພັດທະນາອຸດສາຫະກຳສຳຮອງ, ຍົກສູງອັດຕາຜະລິດຕະພັນພາຍໃນ, ປົກປັກຮັກສາເຄື່ອງໝາຍການຄ້າພາຍໃນປະເທດ.